Companies/Securities Info. _ Notice
- ອີງຕາມໜັງສືແຈ້ງການຈາກ ທະນາຄານເເຫ່ງ ສປປ ລາວ ເລກທີ 297/ທຫລ, ລົງວັນທີ 07 ທັນວາ 2023.
- ອີງຕາມລະບຽບວ່າດ້ວຍການດໍາເນີນຕະຫຼາດ (ສະບັບປັບປຸງ), ມາດຕາ 10 ເລກທີ 010/ຕລຊລ, ລົງວັນທີ 19 ທັນວາ 2018;

ຕະຫຼາດຫຼັກຊັບລາວ (ຕລຊລ) ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນກຳມະກອນສາກົນ ຄົບຮອບ 138 ປີ (01 ພຶດສະພາ 1886 – 01 ພຶດສະພາ 2024), ຕລຊລ ຈະປິດໃຫ້ບໍລິການໃນວັນພຸດ, 01 ພຶດສະພາ 2024 ແລະ ຈະເປີດໃຫ້ບໍລິການປົກກະຕິໃນວັນພະຫັດ, 02 ພຶດສະພາ 2024.

ສະນັ້ັນ, ຕລຊລ ຈຶ່ງຖືເປັນກຽດແຈ້ງມາຍັງທາງບໍລິສັດຫຼັກຊັບ, ບໍລິສັດສະໜອງຂໍ້ມູນ, ຜູ້ລົງທຶນ, ບຸກຄົນ ແລະ ນິຕິບຸກຄົນ ທີ່ກ່ຽວຂ້ອງເພື່ອຊາບດ້ວຍ.
ສະແດງຂໍ້ມູນ