Companies/Securities Info. _ Notice
- ອີງຕາມ ລະບຽບວ່າດ້ວຍການດໍາເນີນການຕະຫຼາດ ມາດຕາ 10 ແລະ ມາດຕາ 65 ສະບັບເລກທີ 010/ຕລຊລ, ລົງວັນທີ 19 ທັນວາ 2018.

ຕະຫຼາດຫຼັກຊັບລາວ ຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ໂດຍປົກກະຕິ ຕະຫຼາດຫຼັກຊັບລາວ ໄດ້ປິດການບໍລິການຊື້ ຂາຍຫຼັກຊັບ ໃນໄລຍະສາມວັນລັດຖະການຂອງທຸກໆທ້າຍປີ. ສຳລັບປີ 2023 ນີ້, ເນື່ອງຈາກມີການບໍາລຸງຮັກສາທາງດ້ານເຕັກນິກຂອງລະບົບການຊື້ ຂາຍຫຼັກຊັບຕາມແຜນທີ່ກຳນົດໄວ້ ຈິ່ງມີຄວາມຈຳເປັນຕ້ອງປິດການບໍລິ ການ ຊື້ ຂາຍຫຼັກຊັບ ໃນໄລຍະ ວັນທີ 25 ທັນວາ 2023 ຫາ ວັນທີ 03 ມັງກອນ 2024 ແລະ ຈະເປີດການບໍລິການ ຊື້ ຂາຍຫຼັກຊັບຄືນ ໃນວັນທີ 04 ມັງກອນ 2024 ເປັນຕົ້ນໄປ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ.
ສະແດງຂໍ້ມູນ