- ອີງຕາມໜັງສືແຈ້ງການຈາກ ທະນາຄານເເຫ່ງ ສປປ ລາວ ເລກທີ 229/ທຫລ, ລົງວັນທີ 09/12/2021
- ອີງຕາມລະບຽບວ່າດ້ວຍການດໍາເນີນຕະຫຼາດ (ສະບັບປັບປຸງ), ມາດຕາ 10 ເລກທີ 010/ຕລຊລ, ລົງວັນທີ 19/12/2018.
ຕະຫຼາດຫຼັກຊັບລາວ (ຕລຊລ) ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67ປີ (20 ກໍລະກົດ 1955 - 20 ກໍລະກົດ 2022), ຕລຊລ ຈະປິດໃຫ້ບໍລິການໃນວັນພຸດ, ວັນທີ 20 ກໍລະກົດ 2022 ແລະ ຈະເປີດໃຫ້ບໍລິການປົກກະຕິໃນວັນພະຫັດ, ວັນທີ 21 ກໍລະກົດ 2022.
ສະນັ້ັນ, ຕລຊລ ຈຶ່ງຖືເປັນກຽດແຈ້ງມາຍັງທາງບໍລິສັດຫຼັກຊັບ, ຜູ້ລົງທຶນ, ນັກຄ້າຂໍ້ມູນ, ບຸກຄົນ ແລະ ນິຕິບຸກຄົນ ທີ່ກ່ຽວຂ້ອງເພື່ອຊາບດ້ວຍ.

ຫົວຂໍ້ | ແຈ້ງວັນປິດບໍລິການຂອງຕະຫຼາດຫຼັກຊັບລາວ ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ |
---|---|
ວັນທີ | 2023.07.18 14:24 |
ແຟ້ມເອກະສານ | ແຈ້ງວັນປິດບໍລິການຂອງຕະຫຼາດຫຼັກຊັບລາວ ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ.pdf |
---|---|
ຖັດໄປ | |
ຍ້ອນກັບ |