Companies/Securities Info. _ Notice
- ອີງຕາມໜັງສືແຈ້ງການຈາກ ທະນາຄານເເຫ່ງ ສປປ ລາວ ເລກທີ 355/ທຫລ, ລົງວັນທີ 07/12/2022
- ອີງຕາມລະບຽບວ່າດ້ວຍການດໍາເນີນຕະຫຼາດ (ສະບັບປັບປຸງ), ມາດຕາ 10 ເລກທີ 010/ຕລຊລ, ລົງວັນທີ 19/12/2018.

ຕະຫຼາດຫຼັກຊັບລາວ (ຕລຊລ) ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 113 ປີ (03 ມີນາ 1910 - 08 ມີນາ 2023), ຕລຊລ ຈະປິດໃຫ້ບໍລິການໃນວັນພຸດ, 08 ມີນາ 2023 ແລະ ຈະເປີດໃຫ້ບໍລິການປົກກະຕິໃນວັນພະຫັດ, 09 ມີນາ 2023.


ສະນັ້ັນ, ຕລຊລ ຈຶ່ງຖືເປັນກຽດແຈ້ງມາຍັງທາງບໍລິສັດຫຼັກຊັບ, ຜູ້ລົງທຶນ, ນັກຄ້າຂໍ້ມູນ, ບຸກຄົນ ແລະ ນິຕິບຸກຄົນ ທີ່ກ່ຽວຂ້ອງເພື່ອຊາບດ້ວຍ (ລາຍລະອຽດໃນເອກະສານຄັດຕິດ).
ສະແດງຂໍ້ມູນ