Companies/Securities Info. _ Notice
ເຖິງ: ສະມາຊິກຂອງ ຕລຊລ, ຜູ້ລົງທຶນທົ່ວໄປ ແລະ ພາກສ່ວນທີ່ກ່ຽວຂ້ອງ;
ເລື່ອງ: ການປັບປຸງອັດຕາຄ່າທຳນຽມການຊື້-ຂາຍ ແລະ ການໂອນຮຸ້ນຈົດທະບຽນ ໃນຕະຫຼາດຫຼັກຊັບລາວ.

- ອີງຕາມ ໜັງສືສະເໜີຈາກ ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ, ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ ແລະ ບໍລິສັດຫຼັກຊັບ ລາວຈີນ
ຈຳກັດ ກ່ຽວກັບການຫຼຸດຄ່າທຳນຽມ ລົງວັນທີ 02 ຕຸລາ 2020.

ຕະຫຼາດຫຼັກຊັບລາວ (ຕລຊລ) ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ປະຈຸບັນ ຄ່າທໍານຽມການຊື້-ຂາຍ ແລະ ໂອນຮຸ້ນໄດ້ມີການປັບປຸງ
ເນື່ອງຈາກອັດຕາຄ່າທຳນຽມໃນສ່ວນຂອງບໍລິສັດຫຼັກຊັບຫຼຸດລົງ ໂດຍເລີ່ມຈັດຕັ້ງປະຕິບັດ ນັບແຕ່ ວັນທີ 12 ຕຸລາ 2020 ເປັນຕົ້ນໄປ
ສ່ວນຄ່າທໍານຽມທີ່ເປັນຂອງພາກສ່ວນອື່ນແມ່ນບໍ່ມີການປ່ຽນແປງ ຊຶ່ງລາຍລະອຽດຄ່າທໍານຽມຂອງແຕ່ລະພາກສ່ວນ ຊຶ່ງລາຍລະອຽດຄ່າ
ທໍານຽມຂອງແຕ່ລະພາກສ່ວນ ແມ່ນໄດ້ຄັດຕິດມາພ້ອມນີ້.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ກ່ຽວກັບການປັບປຸງຄ່າທໍານຽມດັ່ງກ່າວ ຢ່າງທົ່ວເຖິງ.
ດ້ວຍຄວາມນັບຖື,

ຜູ້ອໍານວຍການໃຫຍ່
ສະແດງຂໍ້ມູນ