Companies/Securities Info. _ Notice
ຫຼັກສູດ “ແຜນລາຍການເຝິກອົບຮົມ - ການທະນາຄານເພື່ອການລົງທຶນຢ່າງມືອາຊີບລາວ I” ຫຼື La.PIBI ລຸ້ນທີ 5 ເຊິ່ງເປັນຫຼັກສູດພາຍໃຕ້ການຮ່ວມມືລະຫວ່າງ ຕລຊລ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ ແລະ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ ມີຈຸດປະສົງເພື່ອເປັນການເສີມສ້າງຄວາມຮູ້ ແລະ ຄວາມເຂົ້າໃຈທາງດ້ານຕະຫຼາດທຶນໃຫ້ແກ່ບັນດາບຸກຄົນທີ່ມີຄວາມສົນໃຈໃນການປະກອບອາຊີບທີ່ເປັນມືອາຊີບທາງດ້ານທຸລະກິດຫຼັກຊັບ. ຫຼັກສູດດັ່ງກ່າວຈະໄດ້ຂະຫຍາຍເວລາເປີດຮັບສະໝັກຜູ້ເຂົ້າຮ່ວມຝຶກອົບຮົມ ເພື່ອເປີດໂອກາດໃຫ້ຜູ້ສົນໃຈ ແລະ ມີຄວາມຕ້ອງການຈະຍື່ນໃບສະໝັກຮຽນໃຫ້ໄດ້ທົ່ວເຖິງ ເຊິ່ງຫຼັກສູດດັ່ງກ່າວຈະເລື່ອນມື້ເປີດເຝິກອົບຮົມວັນທີ 02 ກັນຍາ 2017 ເຖິງວັນທີ 22 ຕຸລາ 2017 ສະເພາະວັນເສົາ ແລະ ອາທິດ.
ສະແດງຂໍ້ມູນ