Companies/Securities Info. _ News
- ອີງຕາມລະບຽບວ່າດ້ວຍດໍາເນີນການຕະຫຼາດ (ສະບັບປັບປຸງ) ສະບັບເລກທີ 010/ຕລຊລ, ລົງວັນທີ 19 ທັນວາ 2018;
- ອີງຕາມໜັງສືຮັບຮອງການຍົກລະດັບກົນໄກການເເລກປ່ຽນຊື້-ຂາຍຮຸ້ນ ຂອງ ຕລຊລ ສະບັບເລກທີ 0004/ສຄຄຊ, ລົງວັນທີ 8 ມັງກອນ 2019.

ຕລຊລ ໄດ້ກຽມພ້ອມທີ່ຈະຍົກລະດັບກົນໄກການເເລກປ່ຽນຊື້-ຂາຍຮຸ້ນໄດ້ແກ່: ການຂະຫຍາຍຊົ່ວໂມງການແລກປ່ຽນຊື້-ຂາຍຮຸ້ນ ໂດຍ
ການຂະຫຍາຍເວລາປິດການຊື້-ຂາຍຈາກ 11:30 ໂມງ ມາເປັນ 15:00 ໂມງ (ບໍ່ມີຊ່ວງເວລາພັກການຊື້-ຂາຍ), ການເພີ່ມປະເພດຄໍາສັ່ງຊື້-ຂາຍຮຸ້ນ (ຄຳສັ່ງຕາມລາຄາຕະຫຼາດ-Market Order, ເງື່ອນໄຂຂອງຄໍາສັ່ງ-Conditional Order, ຄໍາສັ່ງຈອງລ່ວງໜ້າ-Preliminary
Reserve Order), ການຊື້-ຂາຍຮຸ້ນຈຳນວນຫຼາຍ (Block Trade) ແລະ ການປັບຫົວໜ່ວຍລາຄາໃໝ່ (adjust new Tick Size)
ຈະໄດ້ຈັດຕັ້ງປະຕິບັດ ເລີ່ມແຕ່ ວັນທີ 11 ມັງກອນ 2019 ເປັນຕົ້ນໄປ

ລາຍລະອຽດຕາມເອກະສານຄັດຕິດມາພ້ອມນີ້
ສະແດງຂໍ້ມູນ