Companies/Securities Info. _ News
ເຊີນທ່ານເຂົ້າຮ່ວມງານເປີດໂລກແຫ່ງການລົງທຶນປະຈຳປີ 2017 ພາຍໃຕ້ຫົວຂໍ້: ທຸລະກິດຍືນຍົງ ສ້າງຖານະໝັ້ນຄົງໃນຕະຫຼາດທຶນ ເຊິ່ງເປັນງານປະຈຳປີຂອງຕະຫຼາດຫຼັກຊັບລາວ ແລະ ພາກສ່ວນທີ່ມີສ່ວນຮ່ວມໃນຕະຫຼາດທຶນ ໂດຍມີຈຸດປະສົງເພື່ອສົ່ງເສີມ, ເຜີຍແຜ່ຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານຕະຫຼາດທຶນ ກໍ່ຄືວຽກງານຫຼັກຊັບໃຫ້ແກ່ນັກລົງທຶນ ແລະ ມວນຊົນທົ່ວໄປ.
ພາຍໃນງານທ່ານຈະໄດ້ພົບກັບການສຳມະນາຈາກຜູ້ທີ່ມີປະສົບການສູງດ້ານວຽກງານຫຼັກຊັບທັງພາຍໃນ ແລະ ຕ່າງປະເທດ ພ້ອມດຽວກັນນັ້ນ ຍັງມີບູ໊ດວາງສະແດງຈາກບັນດາບໍລິິສັດຈົດທະບຽນ, ບໍລິສັດຫຼັກຊັບ, ບໍລິສັດກວດສອບ, ບໍລິສັດທີ່ປຶກສາທາງດ້ານກົດໝາຍ ແລະ ບັນດາບໍລິສັດເປົ້າໝາຍກຽມເຂົ້າຈົດທະບຽນຫຼາຍກວ່າ 30 ບໍລິສັດ ທີ່ຈະມາພົບປະ, ໃຫ້ຂໍ້ມູນດ້ານທຸລະກິດ ແລະ ໃຫ້ຄຳປຶກສາກ່ຽວກັບວຽກງານຫຼັກຊັບ ແລະ ການລົງທຶນໃນຮຸ້ນ.
ຢ່າລືມຢ່າພາດ! ພາຍໃນງານມີຂອງແຈກຂອງແຖມ ແລະ ມີຫຼາກຫຼາຍລາງວັນໃນທຸກກິດຈະກຳໃຫ້ທ່ານຮ່ວມມ່ວນຊື່ນ.
ງານຈະເລີ່ມຂຶ້ນໃນວັນທີ 22-23 ກໍລະກົດ 2017 ນີ້, ເວລາ 10:00 ໂມງເຊົ້າ ຮອດ 8:00 ໂມງແລງ ທີ່ສູນການຄ້າລາວໄອເຕັກຕຶກເກົ່າ.
ລາຍລະອຽດເພີ່ມເຕີມສາມາດຕິດຕາມໄດ້ທີ່ FB page: Lao Securities Exchange
ສະແດງຂໍ້ມູນ