Companies/Securities Info. _ News
ຫຼັກສູດ “ແຜນລາຍການເຝິກອົບຮົມ-ການທະນາຄານເພື່ອການລົງທຶນຢ່າງມືອາຊີບລາວ I” ລຸ້ນທີ 5 ເປັນຫຼັກສູດທີ່ໄດ້ຮັບຄວາມຮ່ວມມື ລະຫວ່າງ ຕະຫຼາດຫຼັກຊັບລາວ ( Lao Securities Exchange), ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ (Faculty of Economics and Business Management, National University of Laos) ແລະ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ (APM(LAO) Securities Company Limited.)
ໂດຍເນື້ອໃນຂອງຫຼັກສູດ ຈະກ່ຽວກັບການໃຫ້ຄວາມຮູ້ທາງດ້ານບັນຊີ, ການວິເຄາະເອກະສານທາງການເງິນ ລວມໄປເຖິງຄວາມຮູ້ທາງການເງິນ ທີ່ເປັນປະໂຫຍດໃຫ້ແກ່ຜູ້ບໍລິຫານ, ນັກລົງທຶນ ແລະ ຜູ້ທີ່ຕ້ອງການປະກອບອາຊີບທາງດ້ານຫຼັກຊັບໃນຕະຫຼາດທຶນ. ໃນລະຫວ່າງການເຝິກອົບຮົມ, ທ່ານຈະໄດ້ຮັບຟັງການບັນຍາຍໃນຫົວຂໍ້ຕ່າງໆທີ່ໜ້າສົນໃຈເຊັ່ນ: ຫົວຂໍ້້ກ່ຽວກັບ ກົນໄກ ແລະໂຄງສ້າງຂອງຕະຫຼາດເງິນ ແລະ ຕະຫຼາດທຶນ, ຂໍ້ມູນທາງການເງິນ ແລະ ການວິເຄາະທາງການເງິນ, ຜະລິດຕະພັນທາງການເງິນໃນຕະຫຼາດທຶນ ແລະ ວິທີການປະເມີນມູນຄ່າ, ບົດບາດຂອງນາຍໜ້າ ແລະ ການແລກປ່ຽນຊື້-ຂາຍຫຼັກຊັບ, ບົດບາດຂອງທີ່ປຶກສາທາງການເງິນ, ບົດບາດຂອງສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຫຼື (ສຄຄຊ) ແລະ ການໃຫ້ຄວາມຮູ້ກ່ຽວກັບການຄຸ້ມຄອງບໍລິຫານບໍລິສັດ, ການວາງຍຸດທະສາດທາງການເງິນ ແລະ ການລົງທຶນໃນກຸ່ມຫຼັກຊັບ ພ້ອມທັງ ບັນດາກົດໝາຍທີ່ກ່ຽວຂ້ອງ, ເຊິ່ງການບັນຍາຍຂອງຫຼັກສູດນີ້ແມ່ນຈະມີ ວິທະຍາກອນຜູ້ທີ່ມີຄວາມຮູ້ລະດັບສູງ ໃນປະເທດລາວ ແລະ ຕ່າງປະເທດ ເຊັ່ນ: ຕະຫຼາດຫຼັກຊັບລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ມະຫາວິທະຍາໄລແຫ່ງຊາດລາວ, ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ,
ມະຫາວິທະຍາໄລຫໍການຄ້າ (ປະເທດໄທ), ມະຫາວິທະຍາໄລຊຽງໃໝ່ ແລະ ສະຖາບັນບັນດິດພັດທະນາບໍລິຫານສາດ (NIDA)
ນອກນັ້ນ, ຍັງໄດ້ຈັດໃຫ້ມີການໄປທັດສະນະສຶກສາເພື່ອຢ້ຽມຢາມການເຮັດວຽກ (Study Tour/ Company Visit) ຂອງຕະຫຼາດຫຼັກຊັບແຫ່ງປະເທດໄທ, ບໍລິສັດຫຼັກຊັບ, ບໍລິສັດທີ່ປຶກສາທາງການເງິນ ແລະ ບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບແຫ່ງປະເທດໄທ ເພື່ອໃຫ້ຜູ້ທີ່ເຂົ້າຮ່ວມເຝິກອົບຮົມໄດ້ຮັບປະສົບການໂດຍກົງຈາກການເຂົ້າຢ້ຽມຢາມໜ່ວຍງານຕ່າງໆ ແລະ ສາມາດນຳເອົາຄວາມຮູ້ທີ່ໄດ້ຮັບໃຊ້ເຂົ້າໃນການເຮັດວຽກ.
ພ້ອມນັ້ນ, ຜູ້ຮ່ວມເຝິກອົບຮົມທີ່ສາມາດເສັງຜ່ານສົມບູນຕາມເງື່ອນໄຂຂອງຫຼັກສູດດັ່ງກ່າວແມ່ນຈະໄດ້ຮັບໃບປະກາດວິຊາຊີບນາຍໜ້າຄ້າຂາຍຫຼັກຊັບເພື່ອນຳໄປສະເໜີຂໍໃບຢັ້ງຢືນວິຊາຊີບທຸລະກິດຫຼັກຊັບນຳສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບອີກດ້ວຍ.
ເລີ່ມເປີດເຝິກອົບຮົມ:
ເລີ່ມວັນທີ 02 ກັນຍາ 2017 ເຖິງ ວັນທີ 22 ຕຸລາ 2017 (ສະເພາະ ວັນເສົາ ແລະ ວັນອາທິດ)
ພາກເຊົ້າ: 08.30-11.30 ແລະ ພາກບ່າຍ: 13.30-16.30
ສະຖານທີ່ເຝິກອົບຮົມ: ຕະຫຼາດຫຼັກຊັບລາວ
ຄ່າລົງທະບຽນ:
3.000.000 ກີບ ລວມ ຄ່າຮຽນ, ອາຫານຫວ່າງ (ເຊົ້າ ແລະ ບ່າຍ), ອາຫານທ່ຽງ, ເສື້ອຍືດ 1 ຜືນ ແລະ ກະເປົ໋າ 1 ໜ່ວຍ.
ຄ່າທັດສະນະ(ປະເທດເພື່ອນບ້ານ): 2,300,000 ກີບ (ຕາມຄວາມສະໝັກໃຈ)
ສະໝັກເຂົ້າຮ່ວມຫຼັກສູດ ແລະ ວິທີການຊຳລະເງິນ:
1. ທ່ານສາມາດດາວໂຫຼດແບບຟອມສະໝັກຮຽນໄດ້ທີ່ຟາຍທີ່ຕິດຄັດດ້ານລຸ່ມນີ້.
2. ສົ່ງແບບຟອມສະໝັກພ້ອມດ້ວຍເອກະສານທີ່ກ່ຽວຂ້ອງໄດ້ທີ່ຫ້ອງການຕະຫຼາດຫຼັກຊັບລາວ, ຊັ້ນ4, ອາຄານຕະຫຼາດຫຼັກຊັບລາວ (ຕໍ່ໜ້າສູນການຄ້າລາວ-ໄອເຕັກ)
3. ທ່ານສາມາດໂອນເງິນເຂົ້າບັນຊີ LAK 013120000400959001 (ສໍາລັບຊື່ບັນຊີ ກະລຸນາສອບຖາມເພີ່ມຕື່ມ), ພ້ອມທັງແຟັກເອກະສານຊຳລະເງິນມາທີ່ເບີ +856 21 454 360
ຫຼື ສົ່ງອີເມວມາທີ່ onanong.bns@lsx.com.la
ສົນໃຈ ສອບຖາມຂໍ້ມູນ:
ນາງ ອອນອານົງ ບຸນນະສິນ, ຕະຫຼາດຫຼັກຊັບລາວ, Tel: +856 20 5555 2725
ທ້າວ ສຸລະສິດ ພົມຈະເລີນ, ຕະຫຼາດຫຼັກຊັບລາວ, Tel: +856 20 2267 1114
ນາງ ດາວເຮືອງ ບຸນທະປັນຍາ, ບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດ, Tel: +856 20 5564 8028
ນາງ ຄຳສະຫວັນ ນັນທະວົງ, ບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດTel: +856 20 5555 8110
ສະແດງຂໍ້ມູນ