About LSX _ The History of LSX
Lao English
ສົກປີ 2006- 2010 ສະພາແຫ່ງຊາດໄດ້ຮັບຮອງເອົາແຜນພັດທະນາເສດຖະກິດສັງຄົມ5ປີ ແຫ່ງລັດ ຄັ້ງທີVIເຊິ່ງໜຶ່ງໃນນີ້ກໍໄດ້ກຳນົດແຜນສ້າງຕັ້ງຕະຫຼາດຫຼັກຊັບຢູ່ ສປປລາວ ໃນທ້າຍປີ 2010. ເຊິ່ງ ລັດຖະບານ ໄດ້ມອບໝາຍໃຫ້ທະນາຄານແຫ່ງສປປລາວເປັນອົງກອນຈັດຕັ້ງປະຕິບັດແຜນການດັ່ງກ່າວໂດຍໄດ້ແຕ່ງຕັ້ງຄະນະຊີ້ນຳລວມກ່ຽວກັບການສ້າງຕັ້ງຕະຫລາດຫຼັກຊັບຂຶ້ນເຊິ່ງລວມມີ:ພະນະທ່ານສົມສະຫວາດເລັ່ງສະຫວັດຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເປັນປະທານ, ທ່ານພູເພັດຄຳພູນວົງຜູ້ວ່າການທະນາຄານແຫ່ງສປປລາວເປັນຮອງປະທານແລະມີບັນດາທ່ານຮອງລັດຖະມົນຕີກະຊວງຕ່າງໆເປັນຄະນະ.
  • ໃນວັນທີ19ກັນຍາ2007ໄດ້ເຊັນບົດບັນທຶກຊ່ວຍຈໍາສະບັບໜຶ່່ງ(MOU) ລະຫວ່າງທະນາຄານແຫ່ງສປປລາວກັບຕະຫຼາດຫຼັກຊັບສ.ເກົາຫລີທີ່ນະຄອນຫຼວງເຊອູນປະເທດສ.ເກົາຫລີ. ຫລັງຈາກນັ້ນ ພະນະທ່ານສົມສະຫວາດເລັ່ງສະຫວັດໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ການສ້າງຕັ້ງຕະຫຼາດຫຼັກຊັບຂຶ້ນໃນວັນທີ22ມັງກອນ2008ເພື່ອຮັບຜິດຊອບການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໂດຍການຊີ້ນໍາໂດຍກົງຂອງທ່ານພູເພັດຄຳພູນວົງຜູ້ວ່າການທຫລຮອງປະທານຄະນະຊີ້ນຳລວມຜູ້ປະຈຳການ.
  • ມາຮອດວັນທີ25ພຶດສະພາ2009ລັດຖະບານໄດ້ແຕ່ງຕັ້ງຄະນະກຳມະການຄຸ້ມຄອງຫຼັກຊັບແລະຕະຫຼາດຫຼັກຊັບເພື່ອປ່ຽນແທນຄະນະຊີ້ນຳລວມແລະໄດ້ປ່ຽນຈາກຄະນະຮັບຜິດຊອບສ້າງຕັ້ງຕະຫຼາດຫຼັກຊັບ ມາເປັນ ພະນັກງານຂອງສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບແລະຕະຫຼາດຫຼັກຊັບ ເຊິ່ງເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ02ກໍລະກົດ2009 ເປັນຕົ້ນມາ ແລະ ມາຮອດທ້າຍເດືອນ ກໍລະກົດ 2009 ກໍໄດ້ມີການເຊັນສັນຍາຮ່ວມທຶນໂດຍແມ່ນທະນາຄານ ແຫ່ງ ສປປ ລາວ ຖືຫຸ້ນ 51% ແລະ ຕະຫຼາດ ຫຼັກຊັບເກົາຫຼີຖືຫຸ້ນ 49%.
  • ມາເຖິງວັນທີ 10 ຕຸລາ 2010 ຕະຫຼາດຫຼັກຊັບລາວໄດ້ເປີດຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງ ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ລັດຖະບານປະທານຄະນະກຳມະການຄຸ້ມຄອງ ຫຼັກຊັບ ແລະ ຕະຫຼາດຫຼັກຊັບ (ຄລຕ),ພ້ອມ ນີ້ກໍມີທ່ານ ຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ, ທ່ານ ເດດພູວົງ ມູລຣັຕປະທານຕະຫຼາດຫຼັກຊັບລາວ, ບັນດາລັດຖະມົນຕີວ່າການທູຕານຸ ທູດຜູ້ບໍລິຫານລະດັບສູງຈາກຕະ ຫຼາດຫຼັກຊັບ ສ.ສ ຫວຽດນາມ, ສປ ຈີນ, ສ.ເກົາຫຼີ,ໄທ ຜູ້ຮ່ວມທຶນຈາກຕະຫຼາດຫຼັກຊັບ ສ.ເກົາຫຼີ ແລະ ພາກສ່ວນກ່ຽວຂ້ອງ.
  • ຕະຫຼາດຫຼັກຊັບລາວເປັນຕະຫຼາດທຶນແຫ່ງທຳອິດຂອງ ສປປ ລາວແລະ ມັນຈະນຳມາເຖິງແຫຼ່ງທຶນອັນຫຼວງຫຼາຍເພື່ອພັດທະນາປະເທດຊາດ, ພ້ອມກັນນີ້ກໍ່ເພື່ອລະດົມທຶນໄລຍະຍາວໃຫ້ແກ່ບັນດາບໍລິສັດ ແລະ ເພື່ອເປັນການສະໜັບສະໜູນໃຫ້ຕະຫຼາດການເງິນໃນ ສປປ ລາວ ມີຄວາມສົມບູນຍິ່ງຂຶ້ນ, ສະນັ້ນ ລັດຖະບານ ລາວ ຈິ່ງເຫັນຄວາມຈໍາເປັນ ໃຫ້ມີຕະຫຼາດທຶນ ໃນການຈັດຫາເງິນທຶນໄລຍະຍາວມາສະໜອງໃຫ້ແກ່ ການກໍ່ສ້າງພື້ນຖານຂອງບັນດາບໍລິສັດ ທີ່ມີຄວາມຕ້ອງການໃນການພັດທະນາ ແລະ ຂະຫຍາຍກິດຈະການທາງດ້ານການຜະລິດ ແລະ ບໍລິການຢ່າງໝັ້ນຄົງ.