About LSX _ Events
ໃນຕອນເຊົ້າຂອງວັນທີ 14 ກໍລະກົດ 2017, ທີ່ ອາຄານຕະຫຼາດຫຼັກຊັບລາວ, ທ່ານ ວັນຄຳ ວໍຣະວົງ, ຜູ້ອໍານວຍການໃຫຍ່ ຕະຫຼາດຫຼັກຊັບລາວ (ຕລຊລ) ໄດ້ຮັບກຽດຕ້ອນຮັບການເຂົ້າຢ້ຽມຢາມຂອງທ່ານ ດຣ. ຊອງ ຊັນ ອູ (Dr. Chan Woo Jeong), ປະທານ ແລະ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບເກົາຫຼີ ພ້ອມທັງຄະນະ.
ໃນໂອກາດດັ່ງກ່າວ, ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ ຕລຊລ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານປະທານ ແລະ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບເກົາຫຼີ, ພ້ອມທັງມີການໂອລົມເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ, ຮັດແໜ້ນຄວາມສາມັກຄີ ແລະ ການຮ່ວມມືອັນດີໃນວຽກງານຕະຫຼາດທຶນ ລະຫວ່າງສອງປະເທດ ກໍຄື: ລາວ ແລະ ເກົາຫຼີ ໃຫ້ມີບາດກ້າວຂະຫຍາຍຕົວດີຂື້ນໄປເລື້ອຍໆ. ແລະ ໃນໂອກາດດຽວກັນ, ທ່ານ ດຣ. ຊອງ ຊັນ ອູ (Dr. Chan Woo Jeong) ກໍໄດ້ສະແດງຄວາມຂອບໃຈມາຍັງທ່ານຜູ້ອຳນວຍການໃຫຍ່ ຕລຊລ ພ້ອມດ້ວຍພະນັກງານທຸກທ່ານ, ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫຼອດການຢ້ຽມຢາມ ຕລຊລ.
ສະແດງຂໍ້ມູນ