About LSX _ Events
ພິທີຖະແຫຼງຂ່າວກ່ຽວກັບການເປີດຊື້ - ຂາຍຮຸ້ນໃນ ຕລຊລ ຄົບຮອບ 5 ປີ ແລະ ການເປີດນຳໃຊ້ການໃຫ້ບໍລິການດູແລຊັບສິນ ແລະ ຫົວໜ່ວຍຄຳສັ່ງຊື້ - ຂາຍຮຸ້ນຕໍ່າສຸດ 100 ຮຸ້ນ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ມັງກອນ 2016 ທີ່ຜ່ານມາ ທີ່ອາຄານ ຕລຊລ ຊັ້ນ 8, ນະຄອນຫຼວງວຽງຈັນ ເຊິ່ງໄດ້ເຂົ້າຮ່ວມໂດຍ ທ່ານ ວັນຄຳ ວໍຣະວົງ, ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບລາວ (ຕລຊລ), ທ່ານ ຊາງ - ໂຮ ຄິມ, ຮອງປະທານຄະນະ ແລະ ຫົວໜ້າຝ່າຍດຳເນີນການ ຕລຊລ ພ້ອມຄະນະຜູ້ບໍລິຫານບັນດາບໍລິສັດຫຼັກຊັບ, ວິຊາການທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.
ທ່ານ ວັນຄຳ ວໍຣະວົງ ກ່າວວ່າ: “ການເປີດນຳໃຊ້ການໃຫ້ບໍລິການດູແລຊັບສິນ ແລະ ຫົວໜ່ວຍຄຳສັ່ງຊື້ - ຂາຍຮຸ້ນຕໍ່າສຸດ 100 ຮຸ້ນ ຂອງ ຕລຊລ ມີຈຸດປະສົງເພື່ອສະເຫຼີມສະຫຼອງຄົບຮອບ 5 ປີ ຂອງວັນຊື້ - ຂາຍຮຸ້ນຄັ້ງທໍາອິດ ແລະ ແຈ້ງຂ່າວໃຫ້ສັງຄົມໄດ້ຮັບຮູ້ກ່ຽວກັບການບໍລິການດູແລຊັບສິນທີ່ຈະອຳນວຍຄວາມສະດວກໃນການແລກປ່ຽນຊື້ - ຂາຍຮຸ້ນ ແລະ ກໍານົດໃຫ້ບັນດານັກລົງທຶນຕ້ອງແລກປ່ຽນຊື້ - ຂາຍຮຸ້ນໃນຈໍານວນຕໍ່າສຸດແມ່ນ 100 ຮຸ້ນຕໍ່ທຸລະກຳການຊື້ - ຂາຍ".
ທ່ານ ຊາງ - ໂຮ ຄິມ ກ່າວວ່າ: “ຕລຊລ ໄດ້ເລີ່ມເປີດການຊື້ - ຂາຍ ຄັ້ງທໍາອິດ ໃນວັນທີ 11 ມັງກອນ 2011 ໂດຍມີ 2 ບໍລິສັດທີ່ຈົດທະບຽນໃນເບື້ອງຕົ້ນ ແລະ ມື້ນີ້ເອງ ມື້ຄົບຮອບ 5 ປີແຫ່ງການເປີດຊື້ - ຂາຍຄັ້ງທໍາອິດດັ່ງກ່າວ. ໃນໄລຍະເລີ່ມຕົ້ນຂອງການສ້າງຕັ້ງ ແລະ ເປີດບໍລິການຊື້ - ຂາຍ ຫຼັກຊັບໃນລາວນັ້ນ, ຕລຊລ ໄດ້ຄຳນຶງເຖິງນັກລົງທຶນພາຍໃນເປັນຫຼັກ, ເນື່ອງຈາກວ່າ ພວກເຮົາຢາກຊຸກຍູ້ໃຫ້ນັກລົງທຶນພາຍໃນໄດ້ມີໂອກາດຮຽນຮູ້ການລົງທຶນເຂົ້າໃນຮຸ້ນ. ດັ່ງນັ້ນ, ພວກເຮົາຈຶ່ງກຳນົດຫົວໜ່ວຍຊື້ - ຂາຍຮຸ້ນຕໍ່າສຸດໂດຍເລີ່ມທີ່ 1 ຮຸ້ນ ໃນເບື້ອງຕົ້ນ. ຈາກການດຳເນີນງານມາໄດ້ 5 ປີ, ຕລຊລ ຈຶ່ງໄດ້ພິຈາລະນາ ແລະ ເຫັນໄດ້ເຖິງຄວາມຈຳເປັນໃນການປັບປຸງລະບົບການຊື້ - ຂາຍຫຼັກຊັບຄືນໃໝ່ ເພື່ອປ້ອງກັນການສວຍໃຊ້ຮຸ້ນຈຳນວນໜ້ອຍເຂົ້າໃນການປ່ຽນແປງລາຄາຮຸ້ນຂອງບໍລິສັດໃດໜຶ່ງ. ມາຮອດມື້ນີ້ ລະບົບຊື້ - ຂາຍຕໍ່າສຸດ ຖືວ່າສຳເລັດຢ່າງສົມບູນ ແລະ ພ້ອມທີ່ຈະປ່ຽນຊື້ - ຂາຍຮຸ້ນຕໍ່າສຸດຈາກ 1 ຮຸ້ນໄປເປັນ 100 ຮຸ້ນ. ພວກເຮົາເຊື່ອວ່າ ການປັບປຸງລະບົບດັ່ງກ່າວຈະເປັນບາດກ້າວສຳຄັນໃນການສົ່ງເສີມໃຫ້ມີການຊື້ - ຂາຍຮຸ້ນ ດ້ວຍຂະໜາດທີ່ໃຫຍ່ຂຶ້ນໃນອະນາຄົດ”. ທ່ານ ຍັງກ່າວຕື່ມວ່າ: “ກ່ຽວກັບການບໍລິການຂອງທະນາຄານດູແລຊັບສິນ, ໃນອະດີດການບໍລິການດັ່ງກ່າວ ແມ່ນຍັງບໍ່ທັນປະກົດເຫັນໃນ ສປປ ລາວ ທີ່ຈະມີທະນາຄານດູແລຊັບສິນ ເຂົ້າມາຊ່ວຍໃນການອຳນວຍຄວາມສະດວກ ແລະ ເປັນຕົວແທນໃຫ້ແກ່ນັກລົງທຶນ ໂດຍສະເພາະແມ່ນນັກລົງທຶນປະເພດສະຖາບັນ. ດັ່ງນັ້ນ, ຈຶ່ງເຮັດໃຫ້ນັກລົງທຶນປະເພດດັ່ງກ່າວ ບໍ່ສາມາດເຂົ້າເຖິງການລົງທຶນໃນ ຕລຊລ ໄດ້ຢ່າງສະດວກ ໂດຍສະເພາະໃນທ້າຍປີ 2014 ທີ່ຜ່ານມາ, ທະນາຄານກຸງເທບ ສາຂານະຄອນຫຼວງວຽງຈັນ ໄດ້ເປີດບໍລິການເປັນທະນາຄານດູແລຊັບສິນແລ້ວ. ດັ່ງນັ້ນ, ການພັດທະນາລະບົບການບໍລິການດັ່ງກ່າວຈຶ່ງເປັນສິ່ງຈຳເປັນ ແລະ ສຳຄັນຫຼາຍຕໍ່ຕະຫຼາດຂອງພວກເຮົາ ເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງນັກລົງທຶນ ແລະ ທັງເປັນການຫຼຸດຜ່ອນຄວາມສ່ຽງຂອງນັກລົງທຶນ. ເພື່ອຕອບສະໜອງຄວາມຕ້ອງການຂອງນັກລົງທຶນ, ຄະນະຜູ້ບໍລິຫານຂອງ ຕລຊລ ຈຶ່ງຖືເອົາວຽກງານການພັດທະນາລະບົບດັ່ງກ່າວເປັນວຽກງານບຸລິມະສິດອີກວຽກງານໜຶ່ງຂອງພວກເຮົາ ເພື່ອສ້າງຊ່ອງທາງໃໝ່ໃນການອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນຕ່າງປະເທດທີ່ຈະເຂົ້າມາລົງທຶນໃນຕະຫຼາດລາວ. ສະນັ້ນ, ຕລຊລ ຈຶ່ງເອົາໃຈໃສ່ຮ່ວມມືຢ່າງໃກ້ຊິດກັບບັນດາ ບໍລິສັດ ຫຼັກຊັບ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນການສຶກສາ ແລະ ພັດທະນາລະບົບດັ່ງກ່າວ. ໃນທີ່ສຸດລະບົບດັ່ງກ່າວກໍ່ໄດ້ສຳເລັດໂດຍພື້ນຖານ ແລະ ພ້ອມທີ່ຈະໃຫ້ບໍລິການແກ່ນັກລົງທຶນສະຖາບັນ ຫຼັງຈາກການເປີດບໍລິການດູແລຊັບສິນຢ່າງເປັນທາງການນີ້ແລ້ວ, ພວກເຮົາໝັ້ນໃຈວ່າ ການບໍລິການດັ່ງກ່າວຈະບໍ່ພຽງແຕ່ສະໜອງຊ່ອງທາງໃໝ່ໃຫ້ແກ່ນັກລົງທຶນເທົ່ານັ້ນ ແຕ່ມັນຍັງຈະຊ່ວຍດຶງດູດນັກລົງທຶນປະເພດສະຖາບັນໃຫ້ເຂົ້າມາລົງທຶນໃນ ຕລຊລ ຫຼາຍຂຶ້ນໄປພ້ອມໆກັບການສົ່ງເສີມການຊື້ - ຂາຍຫຼັກຊັບຂະໜາດໃຫຍ່ ຫຼື Block Trading System ທີ່ທາງ ຕລຊລ ພວມຈະພັດທະນາຂຶ້ນໃນອະນາຄົດອັນໃກ້”, ທ່ານ ຊາງ - ໂຮ ຄິມ ກ່າວ.
ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ, ສະບັບທີ 759, ລົງວັນທີ 12/11/2016
ສະແດງຂໍ້ມູນ