About LSX _ Events
ໃນຕອນເຊົ້າຂອງວັນທີ 05 ສິງຫາ 2022, ທີ່ອາຄານຕະຫຼາດຫຼັກຊັບລາວ ໄດ້ມີການຈັດ “ງານເປີດໂຕການນຳໃຊ້ລະບົບການຊື້ ຂາຍຮຸ້ນ ສໍາລັບບໍລິສັດຫຼັກຊັບໃຫ້ສາມາດເຊື່ອມຕໍ່ໄດ້ກັະນາຄານຕົວແທນ ຫຼື Multiple Bank Linked ຢ່າງເປັນທາງການ” ພາຍໃຕ້ການເປັນປະທານໂດຍ ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອໍານວຍການໃຫຍ່ ຕະຫຼາດຫຼັກຊັບລາວ, ທ່ານ ນາງ ວິໄລທອງ ທຳມະວົງສາ, ຮັກສາການຜູ້ອຳນວຍການ ບໍລິສັດ ຫຼັກຊັບ ລ້ານຊ້າງ ມະຫາຊົນ, ທ່ານ ປອ ສຸດທິເດດ ບຸນລືໄຊ ຮອງຜູ້ອໍານວຍການ ບໍລິສັດຫຼັກຊັບລາວ-ຈີນ ຈໍາກັດ, ພ້ອມດ້ວຍ ທ່ານ ຜູ້ອໍານວຍການ ແລະ ຕ່າງໜ້າ ຈາກບັນດາທະນາຄານທຸລະກິດ.
ຈຸດປະສົງຂອງງານໃນຄັ້ງນີ້ ແມ່ນເພື່ອເປີດໂຕລະບົບ Multiple Bank Linked (MBL) ທີ່ ຕະຫຼາດຫຼັກຊັບລາວ ໄດ້ພັດທະນາ ຮ່ວມກັບ ຜູ້ພັດທະນາຈາກ ສ. ເກົາຫຼີ ແລະ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ. ໂດຍການພັດທະນາລະບົບການຊື້ ຂາຍຮຸ້ນ ສໍາລັບບໍລິສັດຫຼັກຊັບ (Ledger System) ໃຫ້ສາມາດເຊື່ອມຕໍ່ໄດ້ກັບຫຼາຍທະນາຄານຕົວແທນເພື່ອການຫັກບັນຊີ ຫຼື Multiple Bank Linked (MBL) ແນ່ໃສ່ອໍານວຍຄວາມສະດວກແກ່ຜູ້ລົງທຶນ ໃຫ້ສາມາດຊື້ ຂາຍຮຸ້ນ ໃນ ຕລຊລ ໄດ້ຜ່ານຫຼາຍທະນາຄານຕົວແທນເພື່ອການຫັກບັນຊີ ບໍ່ວ່າຜູ້ລົງທຶນຈະມີບັນຊີເງິນກັບທະນາຄານທຸລະກິດໃດກໍ່ຕາມ, ຜູ້ລົງທຶນກໍ່ສາມາດຊື້ ຂາຍຮຸ້ນ ໃນ ຕລຊລ ໄດ້ໂດຍບໍ່ມີຂໍ້ຈຳກັດ
ສະແດງຂໍ້ມູນ