About LSX _ Events
ໃນຕອນເຊົ້າ ວັນທີ 10 ກັນຍາ 2021 ທີ່ອາຄານ ຕະຫຼາດຫຼັກຊັບລາວ ຊັ້ນ 8, ໄດ້ມີການຈັດພິທີການຈັດຕັ້ງ ມອບ-ຮັບ ໜ້າທີ ຜູ້ອໍານວຍການໃຫຍ່ຕະຫຼາດ ຫຼັກຊັບລາວ (ຕລຊລ) ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສິດພະໄຊ ກໍາມະການສູນກາງພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ຮອງປະທານ-ຜູ້ປະຈໍາການ ຄຄຊ; ພ້ອມດ້ວຍບັນດາຄະນະນໍາ, ຜູ້ຕາງໜ້າບັນດາກົມກອງ ທຫລ, ຕລຊລ; ບັນດາບໍລິສັດຈົດທະບຽນ, ບໍລິສັດຫຼັກຊັບ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາລະພິທີດັ່ງກ່າວ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທຫລ, ປະທານສະພາບໍລິຫານ ຕລຊລ ໄດ້ຂື້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ແລະ ສັບຊ້ອນພະ ນັກງານ ຕິດພັນກັບ ຕລຊລ ແລະ ທຫລ ຕາມລຳດັບ; ຈາກນັ້ນ, ກໍ່ໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ຜູ້ອໍານວຍການໃຫຍ່ ຕລຊລ ລະ ຫວ່າງທ່ານ ອ໊ອດ ພົນຊຽງດີ ຜູ້ອໍານວຍການໃຫຍ່ ຕລຊລ (ຜູ້ເກົ່າ) ແລະ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອໍານວຍການໃຫຍ່ ຕລຊລ (ຜູ້ໃໝ່) ໂດຍການໃຫ້ກຽດເປັນສັກຂີພິຍານຂອງທ່ານຮອງປະທານ-ຜູ້ປະຈໍາການ ຄຄຊ ແລະ ພາກສ່ວນທີ່ກ່ຽວຂ້ອງ
----------------------------------------------
ສະແດງຂໍ້ມູນ