About LSX _ Events
ໜ່ວຍພັກ ຕະຫຼາດຫຼັກຊັບລາວ (ຕລຊລ) ໄດ້ຈັດພິທີເຜີຍແຜ່-ເຊື່ອມຊຶມເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX, ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II, ຕິດພັບກັບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານໂດຍການເປັນປະທານຂອງ ສະຫາຍ ອ໊ອດ ພົນຊຽງດີ ເລຂາໜ່ວຍພັກ ຕະຫຼາດຫຼັັບລາວ, ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບລາວ ເຊິ່ງໄດ້ຈັດຂື້ນໃນວັນທີ 29 ມັງກອນ 2021.
ການເຜີຍແຜ່ ແລະ ເຊື່ອມຊຶມໃນຄັ້ງນີ້ ມີເອກະສານມະຕິຂອງກົມກອງເມື່ອງສູນກາງພັກເລກທີ 118 ວ່າດ້ວຍການເພີາມທະວີການຊີ້ນຳ-ນຳພາຂອງຄະນະພັກຕໍ່ການເລືອກຕັ້ງ ສສຊ ຊຸດວັນທີ IX ແລະ ສສຂ ຊຸດທີ II ແລະ ເອກະສານແນວຄິດ ໄກສອນ ພົມວິຫານ ເພື່ອເຮັດໃຫ້ບັນດາສະຫາຍຂັ້ນນຳ-ຂັ້ນວິຊາການມີຄວາມຮັບຮູ້-ເຂົ້າໃຈຢ່າງເລິກ້ຊິງຕໍ່ກັບເນື້ອໃນຈິດໃຈຂອງບັນດາເອກະສານດັ່ງກ່າວແລ້ວນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າສູ່ສະພາບຕົວຈິ່ງໂດຍສະເພາະການປຸກລະດົມສະມາຊິກພັກ-ພະນັກງານຂອງຕົນເຂົ້າຮ່ວມການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ໃຫ້ເປັນຂະບວນຟົດຟື້ນ ແລະ ບັນລຸຕາມຈຸດປະສົງ-ລະດັບຄາດໝາຍທີ່ວາງໄວ້. ນອກຈາກນັ້ນ, ຍັງເນັ້ນໜັກໃຫ້ຖືເອົາການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ໃນຕໍ່ໜ້າ ເປັນໜ້າທີ່ການເມື່ອງ, ເປັນຄວາມຮັບຜິດຊອບຂອງຄະນະພັກທຸກຂັ້ນໃນການຊີ້ນຳ-ນຳພາການປົກຄອງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງເພື່ອກະກຽມ ແລະ ດຳເນີນການເລທອກຕັ້ງໃຫ້ດີ, ພ້ອມທັງປຸກລະດົມສະມາຊິກພັກ-ພະນັກງານຂອງຕົນເຂົ້າຮ່ວມເລືອກຕັ້ງຢ່າງເປັນຂະບວນຟົດຟື້ນເຮັດໃຫ້ການເລືອກຕັ້ງບັນລຸົນສຳເລັດຕາມຈຸດປະສົງ, ລະດັບຄາດໝາຍທີ່ວາງໄວ້ ແນ່ໃສ່ການສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິງ, ຮອບດ້ານໃນການເຄື່ອນໄຫວປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງໃນຊຸມປີຕໍ່ໜ້າ.





ສະແດງຂໍ້ມູນ