About LSX _ Events
ຂໍເຊີນທ່ານເຂົ້າຮ່ວມກິດຈະກຳຂຽນບົດຄວາມເພື່ອສົ່ງເສີມການລົງທຶນໃນຫຼັກຊັບ ເພື່ອຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງຕະຫຼາດຫຼັກຊັບລາວຄົບຮອບ10ປີ
ເພື່ອເພີ່ມທະວີຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນໃຫ້ແກ່ມວນຊົນ ຢູ່ ສປປ ລາວ, ເຮັດໃຫ້ ຕລຊລ ກາຍເປັນສູນກາງໃນການສະໜອງຂໍ້ມູນການລົງທຶນໃນຫຼັກຊັບ. ພ້ອມທັງ ຊຸກຍູ້ໃຫ້ຄົນທີ່ມີພອນສະຫວັນແບ່ງປັນຄວາມຮູ້ກ່ຽວກັບວຽກງານຫຼັກຊັບ ແລະ ຮ່ວມກັນພັດທະນາຕະຫຼາດທຶນລາວ. ກຸ່ມເປົ້າໝາຍຜູ້ທີ່ສົນໃຈເຂົ້າຮ່ວມກິດຈະກຳ: ນັກສຶກສາ, ມວນຊົນທົ່ວໄປ ທັງພາຍໃນ ແລະ ຕ່າງປະເທດ. ບົດຄວາມໃດທີ່ໄດ້ຮັບການຄັດເລືອກຈະໄດ້ຮັບລາງວັນ ແລະ ຖືກເຜີຍແຜ່ລົງເວັບໄຊ້ທາງການຂອງຕະຫຼາດຫຼັກຊັບລາວ.
ທ່ານສາມາດສົ່ງບົດຄວາມເຂົ້າຮ່ວມການຄັດເລືອກໄດ້ນັບຕັ້ງແຕ່ມື້ນີ້ ຈົນເຖິງທ້າຍປີ 2020.
ມາຮ່ວມເປັນສ່ວນໜື່ງໃນການສົ່ງເສີມການລົງທຶນໃຮຫຼັກຊັບໄປພ້ອມໆກັນ.
ສະແດງຂໍ້ມູນ