Products/Services _ Stock Trading
Market operations
  • ຊົ່ວໂມງການຊື້-ຂາຍ  
    • ຊົ່ວໂມງການແລກປ່ຽນຊື້-ຂາຍເລີ່ມແຕ່ 08:30 ໂມງ ຫາ 15:00 ໂມງ. ເຊິ່ງໃນຊ່ວງເວລາ 08:30 ໂມງ ຫາ 09:00 ໂມງແມ່ນໃຊ້ຮູບແບບການປະມູນ
      ແບບເປັນຊ່ວງເວລາ ເພື່ອກໍານົດລາຄາເປີດຂອງຫຼັກຊັບ, 09:00 – 14:50 ແມ່ນໃຊ້ຮູບແບບການປະມູນແບບຕໍ່ເນື່ອງ(ຫຼາຍລາຄາ)
      ແລະ 14:50 – 15:00 ແມ່ນນໍາໃຊ້ຮູບແບບການປະມູນແບບເປັນຊ່ວງເວລາ ເພື່ອກໍານົດເອົາລາຄາປິດຂອງຫຼັກຊັບ..
  • ຕະຫຼາດເປີດ.
    • ຕະຫຼາດຈະບໍ່ເປີດໃນວັນຕໍ່ໄປນີ້:
      • ວັນພັກລັດຖະການຂອງ ສປປ ລາວ;
      • ວັນເສົາ ແລະ ວັນອາທິດ;
      • ສາມວັນລັດຖະການສຸດທ້າຍຂອງທຸກໆປີ;
      • ວັນສໍາຄັນຕ່າງໆຕາມການເເຈ້ງການຂອງລັດຖະບານ;
      • ເມື່ອເຫັນວ່າເກີດມີ ຫຼື ຄາດວ່າຈະເກີດ ວິກິດການທາງດ້ານເສດຖະກິດ, ການເມືອງ, ໄພທໍາມະຊາດ ເມື່ອ ຕລຊລ ເຫັນວ່າມີຄວາມຈໍາເປັນຕໍໍ່ການບໍລິຫານຕະຫຼາດ.
  • ຫົວໜ່ວຍຊື້-ຂາຍຕໍ່າສຸດ.
    • ຫົວໜ່ວຍຊື້-ຂາຍຕໍ່າສຸດຂອງບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ ສໍາລັບຮຸ້ນແມ່ນ 100 ຮຸ້ນ.
  • ຫົວໜ່ວຍຄໍາສັ່ງ.
    • ອັດຕາການເພີ່ມຂຶ້ນ ຫຼື ຫຼຸດລົງຂອງຫົວໜ່ວຍລາຄາຕ້ອງລະບຸດັ່ງຕໍ່ໄປນີ້.
      • ລາຄາຕໍ່ຮຸ້ນນ້ອຍກ່ວາ 1,000 ກີບ ຫົວໜ່ວຍລາຄາແມ່ນ 5 ກີບ;
      • ລາຄາຮຸ້ນສູງກວ່າ ຫຼື ເທົ່າກັບ 1,000 ກີບ ແຕ່ໜ້ອຍກວ່າ 5,000 ກີບ ຫົວໜ່ວຍລາຄາແມ່ນ 10 ກີບ;
      • ລາຄາຮຸ້ນສູງກວ່າ ຫຼື ເທົ່າກັບ 5,000 ກີບແຕ່ໜ້ອຍກວ່າ 10,000 ກີບຫົວໜ່ວຍລາຄາແມ່ນ 50 ກີບ;
      • ລາຄາຮຸ້ນສູງກວ່າ ຫຼື ເທົ່າກັບ 10,000 ກີບແຕ່ໜ້ອຍກວ່າ 50,000 ກີບຫົວໜ່ວຍລາຄາແມ່ນ 100 ກີບ;
      • ລາຄາຮຸ້ນສູງກວ່າ ຫຼື ເທົ່າກັບ 50,000 ກີບຫົວໜ່ວຍລາຄາແມ່ນ 500 ກີບ.
  • ປະເພດຂອງການສັ່ງຊື້ ( ໃບສະເໜີລາຄາ )
    • ເພື່ອຕອບສະໜອງຄວາມຕ້ອງການຂອງນັກລົງທຶນໃຫ້ຫຼາຍຂື້ນ. ຕະຫຼາດຫຼັກຊັບລາວໄດ້ເພີ່ມຄວາມຫຼາກຫຼາຍຂອງປະເພດຄໍາສັ່ງຊື້-ຂາຍຮຸ້ນ ດັ່ງລຸ່ມນີ້:
      • ຄໍາສັ່ງຈໍາກັດລາຄາ
        • ໝາຍເຖິງຄໍາສັ່ງຊື້-ຂາຍຫຼັກຊັບຕາມລາຄາທີ່ກໍານົດໄວ້ ຫຼື ລາຄາທີ່ດີກວ່າ; ເຊິ່ງລາຄາທີ່ດີ ກວ່າສໍາລັບຝ່າຍຊື້ ໝາຍເຖິງລາຄາທີ່ກໍານົດ
          ແລະ ລາຄາທີ່ດີກວ່າຝ່າຍຂາຍໝາຍເຖິງລາຄາທີ່ສູງກວ່າລາຄາທີ່ກໍານົດ.
      • ຄໍາສັ່ງຕາມລາຄາຕະຫຼາດ
        • ໝາຍເຖິງ ຄໍາສັ່ງຊື້-ຂາຍຮຸ້ນ ຕາມລາຄາຕະຫຼາດ ທີ່ສາມາດຊື້-ຂາຍໄດ້ທັນທີໃນລາຄາທີ່ດີທີ່ສຸດທີ່ມີໃນເວລານັ້ນ.
      • ເງື່ອນໄຂຂອງຄໍາສັ່ງ
        • ໝາຍເຖິງ ການສົ່ງຄໍາສັ່ງ ຊື້-ຂາຍຮຸ້ນ ທີ່ຖືກສົ່ງເຂົ້າມາ ຫຼື ຖືກຍົກເລີກ ທີ່ກົງກັບ ເງື່ອນໄຂທີ່ກໍານົດໄວ້ໂດຍນັກລົງທຶນ ເຊິ່ງເງື່ອນໄຂທີ່ກຳນົດໄວ້ມີ 2 ເງື່ອນໄຂຄື:
        • ① ການຈັບຄູ່ ຫຼື ຍົກເລີກທັນທີ (IOC) ໝາຍເຖິງ ຄຳສັ່ງທີ່ສາມາດຈັບຄູ່ປະລິມານການຊື້-ຂາຍໄດ້ທັນທີເມື່ອໄດ້ຮັບການສະເໜີລາຄາ ແລະ ຖ້າຈັບຄູ່ໄດ້ບໍ່ໝົດ ປະລິມານສ່ວນທີ່ຍັງເຫຼືອແມ່ນຈະຖືກຍົກເລີກທັນທີ.
        • ② ການຈັບຄູ່ ຫຼື ຍົກເລີກທັງໝົດ (FOK) ໝາຍເຖິງ ຄຳສັ່ງທີ່ສາມາດຈັບຄູ່ປະລິມານການຊື້-ຂາຍທັງໝົດໄດ້ທັນທີ ເມື່ອໄດ້ຮັບການສະເໜີລາຄາ ແລະ ຖ້າຈັບຄູ່ບໍ່ໄດ້ທັງໝົດ ຄຳສັ່ງນັ້ນຈະຖືກຍົກເລີກທັນທີ.
        • ໝາຍເຫດ: ເງຶ່ອນໄຂຂອງຄໍາສັ່ງບໍ່ສາມາດນໍາໃຊ້ໄດ້ກັບຮູບແບບການປະມູນແບບເປັນຊ່ວງເວລາ ເພື່ອກໍານົດລາຄາເປິດ ແລະ ລາຄາປິດຂອງຫຼັກຊັບ, ການນໍາໃຊ້ຄໍາສັ່ງຈອງລ່ວງໜ້າ. ແຕ່ສາມາດໃຊ້ໄດ້ໃນທຸກຮູບແບບການຊື້-ຂາຍທັງໝົດໃນ ຕລຊລ.
      • ຄໍາສັ່ງຈອງລ່ວງໜ້າ
        • ໝາຍເຖິງ ຄໍາສັ່ງຊື້-ຂາຍຮຸ້ນ ທີ່ສັ່ງຈອງໄວ້ລ່ວງໜ້າກອ່ນວັນຊື້-ຂາຍຖັດໄປ.
  • ການຈໍາກັດການປ່ຽນແປງລາຄາພາຍໃນມື້
    • ຂອບເຂດການເໜັງຕີງຂອງລາຄາພາຍໃນມື້ສໍາລັບຫຼັກຊັບຈົດທະບຽນໃນຕະຫຼາດຫຼັກຊັບລາວ ສາມາດເພີ່ມຂື້ນໄດ້ສູງສຸດ ຫຼື ຫຼຸດລົງໄດ້ຕໍ່າສຸດ ບໍ່ເກີນສິບສ່ວນຮ້ອຍ (±10%) ຂອງລາຄາຖານໃນມື້ນັ້ນ.
    • ກໍລະນີລາຄາຖານຫາກໜ້ອຍກວ່າ 50 ກີບ, ຂອບເຂດການເໜັງຕີງຂອງລາຄາພາຍໃນມື້ນັ້ນຈະແມ່ນ 5 ກີບ.
  • ການກໍານົດລາຄາຖານ
    • ໂດຍທົ່ວໄປ, ລາຄາຖານແມ່ນລາຄາປິດຂອງວັນກ່ອນໜ້າ, ໃນກໍລະນີເມື່ອມີການດໍາເນີນງານຂອງອົງກອນເຊັ່ນວ່າ: ການຈົດທະບຽນຄັ້ງທໍາອິດ, ການເພີ່ມທຶນຈົດທະບຽນ, ຮຸ້ນປັນຜົນ ແລະ ອື່ນໆ, ລາຄາຈະມີການຄໍານວນຕາມສູດໃຫ້ເປັນລາຄາຖານຂອງຮຸ້ນ.
    • ກໍລະນີການຄິດໄລ່ລາຄາຖານ (ເປັນຈໍານວນເສດແມ່ນຈະຖືກປັດລົງ) ແລະ ຖ້າເປັນຈໍານວນທີ່ນ້ອຍກວ່າຫົວໜ່ວຍລາຄາແມ່ນຈະຖືກປັດຂື້ນຕາມຫົວໜ່ວຍລາຄາ.
  • ການແຈ້ງຂໍ້ມູນຕະຫຼາດໃຫ້ມວນຊົນຊາບ
    • ຕລຊລ ຈະແຈ້ງຂໍ້ມູນຕະຫຼາດໃຫ້ແກ່ມວນຊົນຊາບ ດັ່ງລຸ່ມນີ້:
      • ລາຄາເປີດ ແລະ ລາຄາປິດ;
      • ປະລິມານ ແລະ ມູນຄ່າການຊື້-ຂາຍ;
      • ລາຄາປິດຂອງວັນທີ່ຜ່ານມາ ຫຼື
      • ລາຄາຖານ;
      • ຂໍ້ມູນສໍາຄັນອື່ນໆທີ່ເຫັນວ່າມີຄວາມຈໍາເປັນຕໍ່ການຕັດສິນໃຈຂອງຜູ້ລົງທຶນ.