Opening account procedure
ຂັ້ນຕອນການເປີດບັນຊີ
ກ່ອນທີ່ຜູ້ລົງທຶນຈະດໍາເນີນການຊື້-ຂາຍຮຸ້ນຢູ່ຕະຫຼາດຫຼັກຊັບລາວໄດ້ນັ້ນ ຕ້ອງເປີດບັນຊີຊື້-ຂາຍຮຸ້ນນຳບໍລິສັດຫຼັກຊັບສາກ່ອນ ໂດຍ
ປະຕິບັດຕາມຂັ້ນຕອນ ດັ່ງລຸ່ມນີ້:


  • ຂັ້ນຕອນທີ 1: ເລືອກບໍລິສັດຫຼັກຊັບ
    • ຜູ້ລົງທຶນຈະຕ້ອງເລືອກບໍລິສັດຫຼັກຊັບ ເພື່ອເຮັດໜ້າທີ່ເປັນນາຍໜ້າໃຫ້ແກ່ຕົນເອງໃນການດໍາເນີນທຸລະກໍາຊື້-ຂາຍຫຼັກຊັບ. ຜູ້ລົງທຶນສາມາດເລືອກໃຊ້ບໍລິການ ຫຼື ເປີດບັນຊີນໍາບໍລິສັດໃດກໍ່ໄດ້ ຊຶ່ງປະຈຸບັນມີ 3 ບໍລິສັດຫຼັກຊັບທີ່ໃຫ້ບໍລິການເປັນນາຍໜ້າຊື້-ຂາຍຫຼັກຊັບ ຄື:
    • (1) ບໍລິສັດ ຫຼັກຊັບທຄຕລ-ກທຈຳກັດ (www.bcel-kt.com)
    • (2) ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ (www.lxs.com.la)
    • (3) ບໍລິສັດ ຫຼັກຊັບ ລາວ-ຈີນ ຈໍາກັດ (www.lcs.com.la)
  • ຂັ້ນຕອນທີ 2: ເລືອກທະນາຄານຕົວແທນ
  • ຂັ້ນຕອນທີ 3: ການເປີດບັນຊີທະນາຄານ ແລະ ບັນຊີຫຼັກຊັບ
    • ຜູ້ລົງທຶນ ຕ້ອງເປີດ 2 ບັນຊີຄື: 1) ບັນຊີທະນາຄານ ກັບ ທະນາຄານຕົວແທນ, 2) ບັນຊີຫຼັກຊັບ ກັບ ບໍລິສັດຫຼັກຊັບ.
    • (1) ການເປີດບັນຊີທະນາຄານ (ບັນຊີເງິນຝາກກະແສລາຍວັນ/ປະຢັດ)
      • ກໍລະນີຜູ້ລົງທຶນຫາກມີບັນຊິທະນາຄານ ທີ່ເປີດໄວ້ນໍາທະນາຄານຕົວແທນຂອງບໍລິສັດຫຼັກຊັບຢູ່ແລ້ວ ທ່ານກໍ່ສາມາດນໍາໃຊ້ບັນຊີດັ່ງກ່າວ ໂດຍແຈ້ງເລກບັນຊີໃຫ້ແກ່ພະນັກງານຂອງບໍລິສັດຫຼັກຊັບ ຊຶ່ງບໍ່ຈໍາເປັນຕ້ອງເປີດບັນຊີທະນາຄານໃໝ່ຕື່ມອີກ. ຖ້າບໍ່ດັ່ງນັ້ນ ຜູ້ລົງທຶນຕ້ອງໄດ້ເປີດບັນຊີດັ່ງກ່າວກ່ອນ.
      • ຜູ້ລົງທຶນຕ້ອງປະກອບຄຳຮ້ອງຂໍເປີດບັນຊີທະນາຄານ ແລະ ເອກະສານທີ່ຈໍາເປັນສໍາລັບການເປີດບັນຊີຕາມເງື່ອນໄຂຂອງທະນາຄານຕົວແທນ (ຄ່າໃຊ້ຈ່າຍ ຫຼື ຄ່າບໍລິການໃນການເປີດບັນຊີທະນາຄານ ແມ່ນອີງຕາມເງື່ອນໄຂຂອງແຕ່ລະທະນາຄານກໍານົດ).
    • (2) ການເປິດບັນຊີຫຼັກຊັບ
      • ຜູ້ລົງທຶນຕ້ອງແຈ້ງກັບບໍລິສັດຫຼັກຊັບຂອງຕົນ ກ່ຽວກັບບັນຊີທະນາຄານ ເພື່ອສະເໜີຂໍເປີດບັນຊີຫຼັກຊັບ.
      • ຜູ້ລົງທຶນຕ້ອງປະກອບຄຳຮ້ອງ ແລະ ສະໜອງເອກະສານທີ່ຈໍາເປັນ ແລ້ວຍື່ນສະເໜີຕໍ່ ບໍລິສັດຫຼັກຊັບ ເພື່ອຂໍເປິດບັນຊີຫຼັກຊັບເພື່ອ ຊື້-ຂາຍ ຫຼັກຊັບ.
      • ຜູ້ລົງທຶນຕ່າງປະເທດຈຳເປັນຕ້ອງໄດ້ສະເໜີຂໍໃບຢັ້ງຢືນຂື້ນທະບຽນຂອງຜູ້ລົງທຶນຕ່າງປະ ເທດ (ລະຫັດຜູ້ລົງທຶນຕ່າງປະເທດ) ໂດຍສະໜອງເອກະສານທີ່ຈໍາເປັນ ແລ້ວຍື່ນສະເໜີຕໍ່ ບໍລິສັດຫຼັກຊັບເພື່ອເປັນຕົວແທນໃນການຂໍລະຫັດດັ່ງກ່າວນໍາ ຕລຊລ.
      • ຜູ້ລົງທຶນຕ້ອງເຮັດສັນຍາແຕ່ງຕັ້ງນາຍໜ້າ.
  • ຂັ້ນຕອນທີ 4: ການຂໍອະນຸມັດເປີດບັນຊີ
    • ພາຍຫຼັງທີ່ຜູ້ລົງທຶນປະກອບເອກະສານຄົບຖ້ວນແລ້ວ ຕ້ອງນໍາສົ່ງເອກະສານທັງໝົດໄປຫາບໍລິສັດຫຼັກຊັບ ເພື່ອຂໍອະນຸມັດເປີດບັນຊີ. ເຊິ່ງຈະກໍານົດເວລາ 1 ວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານປະກອບຄົບຖ້ວນ ແລະ ຖືກຕ້ອງ. ເມື່ອໄດ້ຮັບການອະນຸມັດເປີດບັນຊີແລ້ວ ຜູ້ລົງທຶນຈະໄດ້ຮັບເລກບັນຊີຫຼັກຊັບ ແລະ ລະຫັດຈາກບໍລິສັດຫຼັກຊັບ ແລະ ສາມາດເລີ່ມການຊື້-ຂາຍຫຼັກຊັບໄດ້.
ເອກະສານທີ່ໃຊ້ໃນການຂໍເປີດບັນຊີຫຼັກຊັບ ປະກອບມີລາຍລະອຽດດັ່ງນີ້:

  • ສໍາລັບຜູ້ລົງທຶນທີ່ເປັນຄົນລາວ
    • ສໍາລັບບຸກຄົນລາວ ເອກະສານຄັດຕິດປະກອບມີ:
      • - ສໍາເນົາບັດປະຈໍາຕົວ 1 ສະບັບ (ສໍາເນົາຮູບໃຫ້ຊັດເຈນ)
      • - ສໍາເນົາປື້ມບັນຊີເງິນຝາກທີ່ເປີດກັບທະນາຄານຕົວແທນ 1 ສະບັບ
      • - ສັນຍາຂອງການເປີດບັນຊີຊື້-ຂາຍຫຼັກຊັບທີ່ອອກໂດຍບໍລິສັດຫຼັກຊັບ 2 ສະບັບ
      • - ໃບມອບສິດ (ຖ້າມີ)
    • ສໍາລັບນິຕິບຸກຄົນລາວ ເອກະສານຄັດຕິດປະກອບມີ:
      • - ມະຕິກອງປະຊຸມສະພາບໍລິຫານໃຫ້ເປີດບັນຊີກັບບໍລິສັດຫຼັກຊັບ 1 ສະບັບ.
      • - ລາຍຊື່ຄະນະບໍລິຫານ ຫຼື ຜູ້ມີອໍານາດລົງລາຍເຊັນຂອງບໍລິສັດ 1 ສະບັບ.
      • - ສໍາເນົາບັດປະຈໍາຕົວຜູ້ອໍານວຍການ ພ້ອມເຊັນຢັ້ງຢຢືນສໍາເນົາຖືກຕ້ອງຈາກເຈົ້າຂອງບັດ 1 ສະບັບ.
      • - ສໍາເນົາບັດປະຈໍາຕົວຂອງຜູ້ມີອໍານາດລົງລາຍເຊັນ ພ້ອມເຊັນຢັ້ງຢືນສໍາເນົາຖືກຕ້ອງຈາກເຈົ້າຂອງບັດ
      • - (ສໍາເນົາຮູບໃຫ້ຊັດເຈນ) 1 ສະບັບ (ໃນກໍລະນີຜູ້ມີອໍານາດລົງລາຍເຊັນບໍ່ແມ່ນຜູ້ອໍານວຍການ).
      • - ສໍາເນົາບັດປະຈໍາຕົວຂອງຜູ້ໄດ້ຮັບສິດໃນການເປີດບັນຊີ ແລະ ການເຄື່ອນໄຫວບັນຊີຫຼັກຊັບ ພ້ອມເຊັນຢັ້ງຢືນສໍາເນົາຖືກຕ້ອງຈາກເຈົ້າຂອງບັດ (ສໍາເນົາຮູບໃຫ້ຊັດເຈນ) 1 ສະບັບ (ໃນກໍລະນີ, ຜູ້ເຄື່ອນໄຫວບັນຊີຫຼັກຊັບບໍ່ແມ່ນຜູ້ອໍານວຍການ).
      • - ສໍາເນົາໃບທະບຽນວິສະຫະກິດ ຫຼື ໃບທະບຽນກອງທຶນ (ໃນກໍລະນີເປັນກອງທຶນ) ເຊັນຢັ້ງຢືນສໍາເນົາຖືກຕ້ອງກັບສະບັບແທ້ໂດຍຜູ້ອໍານວຍການ ຫຼື ຜູ້ມີອໍານາດລົງລາຍເຊັນ ແລະ ຈໍ້າກາບໍລິສັດ 1 ສະບັບ.
      • - ສໍາເນົາກົດລະບຽບພາຍໃນບໍລິສັດ ຫຼື ກອງທຶນ ເຊັນຜູ້ອໍານວຍການ ແລະ ຈໍ້າກາບໍລິສັດເຊັນຢັ້ງຢືນສໍາເນົາຖືກຕ້ອງກັບສະບັບແທ້ໂດຍຜູ້ອໍານວຍການ ຫຼື ຜູ້ມີອໍານາດລົງລາຍເຊັນ ແລະ ຈໍ້າກາບໍລິສັດ 1 ສະບັບ.
      • - ສໍາເນົາປື້ມບັນຊີເງິນຝາກທີ່ເປີດກັບທະນາຄານຕົວແທນ 1 ສະບັບ.
      • - ສັນຍາຂອງການເປີດບັນຊີຊື້-ຂາຍຫຼັກຊັບທີ່ອອກໂດຍບໍລິສັດຫຼັກຊັບ 2 ສະບັບ.
  • ໝາຍເຫດ:
    • ຜູ້ມີສິດລົງລາຍເຊັນໃນການເຄື່ອນໄຫວບັນຊີຊື້-ຂາຍຫຼັກຊັບ ຈະຕ້ອງໄດ້ເຂົ້າມາເປີດບັນຊີທີ່ສໍານັກງານດ້ວຍໂຕຂອງທ່ານເອງ ຫຼື ຖ້າກໍລະນີບໍ່ໄດ້ເຂົ້າມາດ້ວຍຕົນເອງໃຫ້ປະຕິບັດຕາມດັ່ງລຸ່ມນີ້:
      • - ໃບມອບສິດໃຫ້ຜູ້ຕ່າງໜ້າທີ່ນໍາເອກະສານດັ່ງກ່າວມາເປີດບັນຊີແທນ ເຊັນຜູ້ອໍານວຍການ ຫຼື ຜູ້ມີອໍານາດລົງລາຍເຊັນ ແລະ ຈໍ້າກາບໍລິສັດ 1 ສະບັບ (ໃນກໍລະນີໃຫ້ພະນັກງານເປັນຜູ້ທໍາການເປີດບັນຊີແທນ).
      • - ບັດປະຈໍາຕົວຜູ້ໄດ້ຮັບສິດໃນການນໍາເອກະສານມາເປີດບັນຊີ ພ້ອມລາຍເຊັນ ຢັ້ງຢືນສໍາເນົາຖືກຕ້ອງຈາກເຈົ້າຂອງບັດ (ສໍາເນົາຮູບໃຫ້ຊັດເຈນ) 1 ສະບັບ.
  • ສໍາລັບຜູ້ລົງທຶນທີ່ເປັນຄົນຕ່າງປະເທດ
      ຜູ້ລົງທຶນຕ່າງປະເທດ ທີ່ມີຈຸດປະສົງຊື້-ຂາຍຫຼັກຊັບໃນຕະຫຼາດຫຼັກຊັບລາວ ຕ້ອງປະກອບເອກະສານໂດຍມອບສິດຢ່າງເປັນລາຍລັກອັກສອນໃຫ້ແກ່ ທະນາຄານດູແລຊັບສິນ ຫຼື ບໍລິສັດຫຼັກຊັບ ເພື່ອເປັນຜູ້ຕາງໜ້າດຳເນີນການຂໍລະຫັດການຊື້-ຂາຍຫຼັກຊັບຂອງຜູ້ລົງທຶນຕ່າງປະເທດນຳຕະຫຼາດຫຼັກຊັບລາວ.
      ຕະຫຼາດຫຼັກຊັບລາວຈະພິຈາລະນາ ການອອກລະຫັດການຊື້-ຂາຍຫຼັກຊັບໃຫ້ແກ່ນັກລົງຕ່າງປະເທດພາຍໃນກໍານົດເວລາ 3 ວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານປະກອບຄົບຖ້ວນ ແລະ ຖືກຕ້ອງເທົ່ານັ້ນ. ທຸກເອກະສານປະກອບການຂໍລະຫັດການຊື້-ຂາຍຫຼັກຊັບຂອງຜູ້ລົງທຶນຕ່າງປະເທດ ຕ້ອງເປັນພາສາອັງກິດ.
    • ສໍາລັບບຸກຄົນຕ່າງປະເທດ ເອກະສານຄັດຕິດ:
      • - ໃບຄໍາຮ້ອງຕາມແບບພິມທີ່ຕະຫຼາດຫຼັກຊັບກໍານົດ.
      • - ສໍາເນົາໜັງສືຜ່ານແດນ ເຊັນຢັ້ງຢືນສໍາເນົາຖືກຕ້ອງຈາກເຈົ້າຂອງໜັງສືຜ່ານແດນ (ສໍາເນົາຮູບໃຫ້ຊັດເຈນ) 1 ສະບັບ.
      • - ສໍາເນົາປື້ມບັນຊີເງິນຝາກທະນາຄານ ທີ່ອອກໃຫ້ໂດຍທະນາຄານຕົວແທນ 1 ສະບັບ.
      • - ສັນຍາຂອງການເປີດບັນຊີຊື້-ຂາຍຫຼັກຊັບທີ່ອອກໂດຍບໍລິສັດຫຼັກຊັບ 2 ສະບັບ.
    • ສໍາລັບນິຕິບຸກຄົນຕ່າງປະເທດ ເອກະສານຄັດຕິດ:
      • - ມະຕິກອງປະຊຸມສະພາບໍລິຫານໃຫ້ເປີດບັນຊີຫຼັກຊັບກັບບໍລິສັດຫຼັກຊັບ 1 ສະບັບ.
      • - ລາຍຊື່ຄະນະບໍລິຫານ ຫຼື ຜູ້ມີອໍານາດລົງລາຍເຊັນຂອງບໍລິສັດ 1 ສະບັບ.
      • - ສໍາເນົາໜັງສືຜ່ານແດນ ຂອງຜູ້ອໍານວຍການ ພ້ອມເຊັນຢັ້ງຢືນສໍາເນົາຖືກຕ້ອງຈາກເຈົ້າຂອງ (ສໍາເນົາຮູບໃຫ້ຊັດເຈນ) 1 ສະບັບ.
      • - ສໍາເນົາໜັງສືຜ່ານແດນຂອງຜູ້ມີອໍານາດລົງລາຍເຊັນ ພ້ອມທັງເຊັນຢັ້ງຢືນສໍາເນົາຖືກຕ້ອງຈາກເຈົ້າຂອງ (ສໍາເນົາຮູບໃຫ້ຊັດເຈນ) 1 ສະບັບ (ໃນກໍລະນີຜູ້ມີອໍານາດລົງລາຍເຊັນບໍ່ແມ່ນຜູ້ອໍານວຍການ).
      • - ສໍາເນົາໜັງສືຜ່ານແດນຂອງຜູ້ໄດ້ຮັບສິດໃນການເປີດບັນຊີ ແລະ ເຄື່ອນໄຫວບັນຊີຫຼັກຊັບພ້ອມເຊັນຢັ້ງຢືນສໍາເນົາຖືກຕ້ອງຈາກເຈົ້າຂອງ (ສໍາເນົາຮູບໃຫ້ຊັດເຈນ) 1 ສະບັບ (ໃນກໍລະນີ, ຜູ້ເຄື່ອນໄຫວບັນຊີຫຼັກຊັບບໍ່ແມ່ນຜູ້ອໍານວຍການ).
      • - ສໍາເນົາໃບທະບຽນວິສະຫະກິດ ຫຼື ໃບທະບຽນກອງທຶນເຊັນຢັ້ງຢືນສໍາເນົາຖືກຕ້ອງກັບສະບັບແທ້ໂດຍຜູ້ອໍານວຍການ ຫຼື ຜູ້ມີອໍານາດລົງລາຍເຊັນ ແລະ ຈໍ້າກາບໍລິສັດ 1 ສະບັບ.
      • - ສໍາເນົາກົດລະບຽບພາຍໃນຂອງບໍລິສັດ ຫຼື ກອງທຶນເຊັນຜູ້ອໍານວຍການ ແລະ ຈໍ້າກາບໍລິສັດເຊັນຢັ້ງຢືນສໍາເນົາຖືກຕ້ອງກັບສະບັບແທ້ໂດຍຜູ້ອໍານວຍການ ຫຼື ຜູ້ມີສິດລົງລາຍເຊັນ ແລະ ຈໍ້າກາບໍລິສັດ 1 ສະບັບ.
      • - ສໍາເນົາປື້ມບັນຊີເງິນຝາກທະນາຄານ ທີ່ອອກໃຫ້ໂດຍທະນາຄານຕົວແທນ 1 ສະບັບ.
      • - ສັນຍາຂອງການເປີດບັນຊີຊື້-ຂາຍຫຼັກຊັບທີ່ອອກໂດຍບໍລິສັດຫຼັກຊັບ 2 ສະບັບ.
  • ໝາຍເຫດ:
    • ຜູ້ມີສິດລົງລາຍເຊັນໃນການເຄື່ອນໄຫວບັນຊີ ຊື້-ຂາຍຫຼັກຊັບ ຈະຕ້ອງໄດ້ເຂົ້າມາເປີດບັນຊີທີ່ສໍານັກງານດ້ວຍຕົນເອງ ຫຼື ຖ້າກໍລະນີບໍ່ໄດ້ເຂົ້າມາດ້ວຍຕົນເອງໃຫ້ປະຕິບັດຕາມລຸ່ມນີ້:
      • - ໃບມອບສິດໃຫ້ຜູ້ຕ່າງໜ້າທີ່ນໍາເອກະສານດັ່ງກ່າວມາເປີດບັນຊີແທນ ເຊັນຜູ້ອໍານວຍການ ຫຼື ຜູ້ມີອໍານາດລົງລາຍເຊັນ ແລະ ຈໍ້າກາບໍລິສັດ 1 ສະບັບ (ໃນກໍລະນີໃຫ້ພະນັກງານເປັນຜູ້ຮັບສິດເປີດແທນ).
      • - ບັດປະຈໍາຕົວຜູ້ໄດ້ຮັບສິດ ຫຼື ໜັງສືຜ່ານແດນໃນການນໍາເອກະສານມາເປີດບັນຊີທ່ານພ້ອມ ລາຍເຊັນຢັ້ງຢືນສໍາເນົາຖືກຕ້ອງຈາກເຈົ້າຂອງບັດ (ສໍາເນົາຮູບໃຫ້ຊັດເຈນ) 1 ສະບັບ.
  • ອັດຕາສ່ວນການລົງທຶນໃສ່ຮຸ້ນ ສໍາລັບຜູ້ລົງທຶນຕ່າງປະເທດ
    • EDL-Gen:
      • ຜູ້ທຶນຕ່າງປະເທດລວມກັນທັງໝົດ ສາມາດຊື້ຮຸ້ນໃນອັດຕາສ່ວນບໍ່ເກີນ 25% ຂອງຈໍານວນຮຸ້ນທັງໝົດຂອງບໍລິສັດຈົດທະບຽນ
      • ນິຕິບຸກຄົນຕ່າງປະເທດລາຍໜຶ່ງສາມາດຊື້ຮຸ້ນໃນອັດຕາສ່ວນບໍ່ເກີນ 5% ຂອງຈໍານວນຮຸ້ນທັງໝົດຂອງບໍລິສັດຈົດທະບຽນ
      • ບຸກຄົນຕ່າງປະເທດລາຍໜຶ່ງສາມາດຊື້ຮຸ້ນໃນອັດຕາສ່ວນບໍ່ເກີນ 1% ຂອງຈໍານວນຮຸ້ນທັງໝົດຂອງບໍລິສັດຈົດທະບຽນ
    • BCEL:
      • ຜູ້ທຶນຕ່າງປະເທດລວມກັນທັງໝົດ ສາມາດຊື້ຮຸ້ນໃນອັດຕາສ່ວນບໍ່ເກີນ 20% ຂອງຈໍານວນຮຸ້ນທັງໝົດຂອງບໍລິສັດຈົດທະບຽນ
      • ບຸກຄົນຫຼືນິຕິບຸກຄົນຕ່າງປະເທດລາຍໜຶ່ງສາມາດຊື້ຮຸ້ນໃນອັດຕາສ່ວນບໍ່ເກີນ 2% ຂອງຈໍານວນຮຸ້ນທັງໝົດຂອງບໍລິສັດຈົດທະບຽນ
    • ຜູ້ທຶນຕ່າງປະເທດ ທັງບຸກຄົນ ແລະ ນິຕິບຸກຄົນ ສາມາດຖືຄອງຮຸ້ນຂອງບໍລິສັດຈົດທະບຽນ ເຊັ່ນ LWPC, PTL, SVN, PCD, LCC, MHTL, LAT, VCL ແລະ LALCO ໄດ້ບໍ່ຈໍາກັດ.