Products/Services _ Settlement & Depository
  • ການຊໍາລະການຊື້-ຂາຍຫຼັກຊັບ ປະກອບມີ 2 ປະເພດຄື ການຊໍາລະເງິນ ແລະ ການຊໍາລະຫຼັກຊັບ
    ການຊໍາລະເງິນ ແລະ ການຊໍາລະຫຼັກຊັບ
  • ການຊໍາລະການຊື້-ຂາຍຫຼັກຊັບ ປະກອບມີ 2 ປະເພດຄື ການຊໍາລະເງິນ ແລະ ການຊໍາລະຫຼັກຊັບ
    ຮອບວຽນການຊໍາລະ
  • ຂັ້ນຕອນການຖອນຈາກບັນຊີເງິນລວມ
    ເງິນທີ່ໄດ້ຈາກການຂາຍຫຼັກຊັບ ແລະ ເງິນປັນຜົນ ແມ່ນຈະຖືກໂອນເຂົ້າໃນບັນຊີເງິນລວມ (ທີ່ບໍລິສັດຫຼັກຊັບເປີດໄວ້ເພື່ອຜູ້ລົງທຶນ, ເງິນຝາກໃນບັນຊີດັ່ງກ່າວແມ່ນບໍ່ມີດອກເບ້ຍ).
    ຜູ້ລົງທຶນ ທີ່ຕ້ອງການຖອນເງິນຂອງຕົນທີ່ໄດ້ຈາກການຂາຍຮຸ້ນ ຫຼື ເອົາເງິນປັນຜົນ ສາມາດຖອນເງິນດັ່ງກ່າວ ຕາມຂັ້ນຕອນລຸ່ມນີ້
    • ຂັ້ນຕອນທີ 1:
      • ກວດຍອດເງິນຂອງທ່ານ (ທີ່ໄດ້ຈາກການຂາຍຮຸ້ນ ຫຼື ໄດ້ຮັບເງິນປັນຜົນ) ກັບບໍລິສັດຫຼັກຊັບທີ່ທ່ານເປີດບັນຊີຫຼັກຊັບນຳ ຫຼື ກວດດ້ວຍຕົວເອງຜ່ານລະບົບຊື້-ຂາຍຮຸ້ນຜ່ານທາງອິນເຕີເນັດ (ສໍາລັບຜູ້ທີ່ລົງທະບຽນນໍາໃຊ້ແລ້ວ ເທົ່ານັ້ນ).
    • ຂັ້ນຕອນທີ 2:
      • ວິທີການຖອນເງິນມີດັ່ງນີ້:
        (1) ແຈ້ງໃຫ້ບໍລິສັດຫຼັກຊັບໂອນເງິນ ຈາກບັນຊີເງິນລວມ ໄປບັນຊີທະນາຄານຂອງຕົນຜ່ານທາງໂທລະສັບ, ອີເມວ ຫຼື ແຟັກສ;
        (2) ໂອນເງິນ ຈາກບັນຊີເງິນລວມ ໄປບັນຊີທະນາຄານ ດ້ວຍຕົນເອງໄດ້ທີ່ ສໍານັກງານໃຫຍ່ ຫຼື ສາຂາຂອງທະນາຄານຕົວແທນ;
        (3) ນໍາໃຊ້ລະບົບໂອນເງິນຜ່ານອິນເຕີເນັດຂອງທະນາຄານຕົວແທນ (ເຊັ່ນ i-banking ຫຼື LDB wallet ແລະ ອື່ນໆ) ເພື່ອໂອນເງິນ ຈາກບັນຊີເງິນລວມ ໄປບັນຊີທະນາຄານ ດ້ວຍຕົວເອງໄດ້ທຸກເວລາ ທຸກສະຖານທີ່.
        (4) ເມື່ອເງິນໄດ້ຖືກໂອນເຂົ້າບັນຊີທະນາຄານຂອງທ່ານເປັນທີ່ຮຽບຮ້ອຍແລ້ວ ທ່ານກໍ່ສາມາດຖອນເງິນທີ່ໄດ້ນັ້ນອອກຈາກບັນຊີທະນາຄານຂອງທ່ານໄດ້ຕາມປົກກະຕິ ຜ່ານຕູ້ ATM ສໍານັກງານໃຫຍ່ ຫຼື ໜ່ວຍບໍລິການຂອງທະນາຄານຕົວແທນ.
    • ໝາຍເຫດ:
    • ສຳລັບຂໍ້ມູນເພີ່ມຕື່ມ ກະລຸນາຕິດຕໍ່ບໍລິສັດຫຼັກທີ່ທ່ານໄດ້ເປີດບັນຊີນໍາ.
    • ວິທີຄິດໄລ່ການຈ່າຍຕົ້ນທຶນ ແລະ ດອກເບ້ຍ ພັນທະບັດລັດຖະບານ
    • ສູດການຄິດໄລ່ ຈ່າຍດອກເບ້ຍ 1 ຄັ້ງຕໍ່ປີ
    • ດອກເບ້ຍພັນທະບັດ = ມູນຄ່າພັນທະບັດ x ອັດຕາດອກເບ້ຍ (ຕໍ່ປີ)
    • ສູດການຄິດໄລ່ ຈ່າຍດອກເບ້ຍ 2 ຄັ້ງຕໍ່ປີ
    • ດອກເບ້ຍພັນທະບັດງວດທີ່ 1 = ມູນຄ່າພັນທະບັດ x ອັດຕາດອກເບ້ຍ (ຕໍ່ປີ) x (ມື້ຈ່າຍດອກເບ້ຍໂຕຈິງໃນ
      ງວດທີ່ຄົບກຳນົດຈ່າຍ / ມື້ໂຕຈິງຂອງຮອບຄິດໄລ່ໜຶ່ງປີ)
    • ຕົວຢ່າງການຄິດໄລ່:
    • ມູນຄ່າພັນທະບັດ: 1,000,000 ກີບ
    • ອັດຕາດອກເບ້ຍ: 5% ຕໍ່ປີ
    • ພັນທະບັດຄົບກຳນົດໄຖ່ຖອນ: 1 ປີ
    • ກໍລະນີທີ 1: ພັນທະບັດຈ່າຍດອກເບ້ຍ 1 ຄັ້ງຕໍປີ ມີສູດຄິດໄລ່ດັ່ງລຸ່ມນີ້:
    • ດອກເບ້ຍພັນທະບັດ = 1,000,000 ກີບ x 5% = 50,000 ກີບ
    • ມູນຄ່າຕົ້ນທຶນ ແລະ ດອກເບ້ຍພັນທະບັດຄົບກຳນົດໄຖ່ຖອນ = 1,050,000 ກີບ
    ມື້ຕັ້ງຕົ້ນຄິດໄລ່ດອກເບ້ຍພັນທະບັດ ມື້ສຸດທ້າຍຂອງການຄິດໄລດອກເບ້ຍພັນທະບັດ ມື້ຈ່າຍດອກເບ້ຍພັນທະບັດ ໄລຍະເວລາທີ່ຈ່າຍດອກເບ້ຍໂຕຈິງ (ຄິດໄລ່ມາຈາກມື້ຕັ້ງຕົ້ນຄິດໄລ່ດອກເບ້ຍໃນງວດ ຫາມື້ສຸດທ້າຍຂອງການຄິດໄລ່ດອກເບ້ຍພັນທະບັດໃນງວດ) ງວດທີ່ຈ່າຍດອກຕົ້ນທຶນ ແລະ ດອກເບ້ຍພັນທະບັດ
    05/09/2019 04/09/2020 05/09/2020 366 ມື້ ງວດທີ 1
    • ກໍລະນີທີ 2: ພັນທະບັດມີການຈ່າຍດອກເບ້ຍ 2 ຄັ້ງຕໍ່ປີ ມີສູດຄິດໄລດັ່ງລຸ່ມນີ້:
    • ສິ່ງທີ່ສຳຄັນໃນການຈ່າຍດອກເບ້ຍພັນທະບັດທີ່ຈ່າຍ 2 ຄັ້ງຕໍ່ປີ ແມ່ນການຊອກຫາໄລຍະເວລາທີ່ຈ່າຍ ດອກເບ້ຍໂຕຈິງ ຫຼື "Actual Days of Payment" ອີງຕາມໜັງສືຊວນຊື້ ມີລາຍລະອຽດດັ່ງລຸ່ມນີ້:
    ມື້ຕັ້ງຕົ້ນຄິດໄລ່ດອກເບ້ຍພັນທະບັດ ມື້ສຸດທ້າຍຂອງການຄິດໄລດອກເບ້ຍພັນທະບັດ ມື້ຈ່າຍດອກເບ້ຍພັນທະບັດ ໄລຍະເວລາທີ່ຈ່າຍດອກເບ້ຍໂຕຈິງ (ຄິດໄລ່ມາຈາດມື້ຕັ້ງຕົ້ນຄິດໄລ່ດອກເບ້ຍໃນງວດ ຫາມື້ສຸດທ້າຍຂອງການຄິດໄລ່ດອກເບ້ຍພັນທະບັດໃນງວດ) ງວດທີ່ຈ່າຍດອກເບ້ຍພັນທະບັດ
    05/09/2019 04/03/2020 05/03/2020 182 ມື້ ງວດທີ 1
    05/03/2019 04/09/2020 05/09/2020 184 ມື້ ງວດທີ 2
    366 ມື້ ມື້ໂຕຈິງຂອງຮອບຄິດໄລ່ໜຶ່ງປີ
    • ໝາຍເຫດ:
    • - ໃນຮອບຄິດໄລ່ໜຶ່ງປີຂອງງວດທີ 1 ແລະ 2 ມີຈຳນວນມື້ທັງໝົດ 366 ມື້ ທີ່ນຳມາຄິດໄລ່ດອກເບ້ຍ ພັນທະບັດໂຕຈິງ.
    • - ວັນທີ 05/09/2019 ແມ່ນມື້ຈົດທະບຽນພັນທະບັດ ແລະ ເປັນມື້ຕັ້ງຕົ້ນຄິດໄລ່ດອກເບ້ຍພັນທະບັດງວດທຳອິດ.
    • 1) ຈ່າຍດອກເບ້ຍພັນທະບັດງວດທີ 1.
    • ດອກເບ້ຍພັນທະບັດງວດທີ 1 = ມູນຄ່າພັນທະບັດ x ອັດຕາດອກເບ້ຍ (ຕໍ່ປີ) x (ມື້ຈ່າຍດອກເບ້ຍໂຕຈິງໃນ
      ງວດທີ 1 / ມື້ໂຕຈິງຂອງຮອບຄິດໄລ່ໜຶ່ງປີ)
    • ດອກເບ້ຍພັນທະບັດ ງວດທີ 1=1,000,000 ກີບ x 5% x (182 ມື້ / 366 ມື້) = 24,863.39 ກີບ
    • 2) ຈ່າຍຕົ້ນທຶນ ແລະ ດອກເບ້ຍພັນທະບັດງວດທີ 2.
    • ດອກເບ້ຍພັນທະບັດ ງວດທີ 2 = ມູນຄ່າພັນທະບັດ x ອັດຕາດອກເບ້ຍ (ຕໍ່ປີ) x (ມື້ຈ່າຍດອກເບ້ຍໂຕຈິງໃນ
      ງວດທີ 2 / ມື້ໂຕຈິງຂອງຮອບຄິດໄລ່ໜຶ່ງປີ)
    • ດອກເບ້ຍພັນທະບັດ ງວດທີ 2 = 1,000,000 ກີບ x 5% x (184 ມື້ / 366 ມື້) = 25,136.61 ກີບ
    • ມູນຄ່າຕົ້ນທຶນ ແລະ ດອກເບ້ຍພັນທະບັດຄົບກຳນົດໄຖ່ຖອນ = 1,025,136.61 ກີບ