Products/Services _ Settlement & Depository
ສູນຮັບຝາກຫຼັກຊັບ ຕລຊລ ຖືກສ້າງຕັ້ງຂຶ້ນພາຍໃຕ້ດໍາລັດວ່າດ້ວຍຫຼັກຊັບ, ຊີ້ນໍາ ແລະ ຄຸ້ມຄອງໂດຍຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ. ສູນຮັບຝາກຫຼັກຊັບມີໜ້າທີ່ຫຼາຍຢ່າງຄື: ສະສາງ, ຊໍາລະ, ຮັບຝາກ ແລະ ການເປັນຕົວແທນໂອນຫຼັກຊັບ. ສູນຮັບຝາກຫຼັ້ກຊັບ ຕລຊລ ເປັນສູນຮັບຝາກແຫ່ງດຽວໃນ ສປປ ລາວ
  • Clearing & settlement Regulation
  • Depository Regulation
  • Securities Transfer Agent Regulation
  • ການສະສາງແມ່ນຫຍັງ?
    ແມ່ນຊຸດຂັ້ນຕອນຂອງການ ເຂົ້າເປັນຄູ່ສັນຍາ (CCP) ທີ່ມີໜ້າທີ່ຮັບປະກັນການຊໍາລະ-ສະສາງໂດຍການຕັດຍອດບັນຊີຊັບສິນ ແລະ ໜີ້ສິນສຸດທິ ລະຫວ່າງຜູ້ຂາຍ ແລະ ຜູ້ຊື້ ແລະ ຝຶກອົບຮົມໃຫ້ແກ່ຕົວແທນເພື່ອທໍາການສະສາງ
    *ການ​ສົມທຽບ​ການ​ຊື້-ຂາຍ
    ການສົມທຽບສາມາດປະຕິບັດໄດ້ຕາມກົດໝາຍ ຊຶ່ງຜູ້ຊື້-ຂາຍຈະສົມທຽບເງື່ອນໄຂການຊື້-ຂາຍຕາມລາຍລະອຽດການ ຊື້-ຂາຍ. ເຊີ່ງຕະຫຼາດລວມສູນ (ຕລຊລ) ຈະທໍາການສະສາງໂດຍສູນຊໍາລະສະສາງ ແລະ ຕະຫຼາດບໍ່ລວມສູນ (OTC) ຈະທໍາການສະສາງໂດຍສະຖາບັນການສະສາງ.
       - ສະ​ສາງ​ແລ້ວ​ນອກຈາກ​ໄດ້​ທໍາ​ການ​ຍົກ​ເລີກ​​ໂດຍ​ຄູ່​ສັນຍາ​ຊື້-ຂາຍ.
       - ຜູ້​ເຂົ້າ​ຮວ່ມ​ໃນ​ຕະຫຼາດ​ມີ​ຄວາ​ມໜ້າ​ເຊື່ອ​ຖື​ສູງ ​ແລະ ຊ່ວຍ​ຫຼຸດ​ຄ່າ​ໃຊ້​ຈ່າຍ ​ແລ​ະ ຄວາມ​ຫຍຸ້ງຍາກ.

    * ການ​ສະ​ສາງ​ແບບຍອດ​ສຸດ​ທິ
    ການສະ​ສາງ​ແບບ​ຍອດ​ສຸດທິ​ແມ່ນ​ຂັ້ນ​ຕອນການ​ຫຼຸດ​ໜ້າ​ທີ່​ໃນ​ການ​ລົງ​ບັນຊີ ໜີ້/ມີ ທີ່​ມີ​ຢ່າງຫຼວງຫຼາຍ​ລະຫວ່າງ ຜູ້​ຊື້-ຂາຍ​ຈໍານວນຫຼາຍເພື່ອ​ລົງ​ບັນຊີ​ຫຼາຍ​ບັນຊີ. ​ດວ້ຍການ​ສະ​ສາງ​ແບບ​ຍອດ​ສຸດທິ, ຕລຊລ ຈະກໍານົດ​ຂະໜາດ​ການ​ສະ​ສາງ​ຂັ້ນ​ສຸດ​ທ້າຍ. ຫຼັງ​ຈາກ​ການ​ສະ​ສາງ​​ແບບ​ຍອດ​ສຸ​ດທິ, ໜ້າ​ທີ່​ໃນການ​ຕັດບັນຊີ​ ໜີ້/ມີ ແບບ​ດັ່ງເດີມ​ແມ່ນ​ຖືກ​ປ່ຽນ​ແທນ​ດວ້ຍ ໜ້າ​ທີ​ການຕັດ​ບັນຊີ​ໜີ້/ມີ​ດຽວ.
  • ການ​ຊໍາລະ​ແມ່ນ​ຫຍັງ?
    • ການຊໍາລະ​ແມ່ນ​ຂັ້ນ​ຕອນ​ສຸດ​ທ້າ​ຍຂອງ​ການ​ຊໍາ​ລະ-ສະ​ສາງ, ​ໃນ​ນັ້ນ​ຜູ້​ຂາຍ​ຈະ​ໂອນ​ຫຼັກ​ຊັບ ຫຼື ​ເອກະສານ​ທາງ​ການ​ເງິນ​ໃຫ້​ແກ່​ຜູ້​ຊື້ ​ແລະ ຜູ້​ຊື້ ກໍ່ຈະ​ໂອນ​ເງິນ​ໃຫ້​ແກ່​ຜູ້​ຂາຍ.

      ລັກສະ​ນະ​ສະ​ເພາະ​ຂອງ​ການ​ຊໍາລະ​ໃນ​ຕະຫຼາດ​ຫຼັກ​ຊັບ​ລາວ​ແມ່ນ:
      • ວິທີ​ການ​ຊໍາລະ : ການ​ຊໍາລະ​ເງິນ ​ແລະ​​ການ​ສົ່ງ​ມອບ​ຫຼັກ​ຊັບ​ໃນ​ເວລາ​ດຽວ​ກັນ (DVP)/ ການ​ຫັກ​ລົບ​ຍອດ​ສຸດທິ​ການ​ຊໍາລະ​ໃນ​ແຕ່​ລະ​ມື້ (DNS)/ ຮອບ​ໝູນການ​ຊໍາລະ
      • ເວລາ​ການ​ຊໍາລະ : 14:00 ​ໂມງ, T+2 (2 ມື້​ຖັດຈາກ​ມື້​ທໍາການ​ຊື້-ຂາຍ)
      • ທະນາຄາ​ນຊໍາລະ​ເງິນ : ທະນາຄານ​ແຫ່ງ ສປປ ລາວ (ທຫລ)
      • ທະນາຄາ​ນຕົວ​ແທນ : ທະນາຄານ​ທຸລະ​ກິດ
    • * ການ​ສົ່ງ​ມອບຫຼັກ​ຊັບ ​ແລະ ການ​ຮັບ​ຫຼັກ​ຊັບ
      ບໍລິ​ສັດ​ຫຼັກ​ຊັບ​ທີ່​ກ່ຽວຂ້ອງ ຈະ​ຫັກປະລິມານ​ການຊື້ຂອງນັກ​ລົງທຶນທີ່​ຂາຍ​​ ລະຫວ່າງ 1) ບໍລິສັດ​ຫຼັກຊັບ (ຜູ້​ຂາຍ, ນັກລົງທຶນ) ​ແລະ ຕະຫຼາດ​ຫຼັກ​ຊັບ​ລາວ, 2) ຕະຫຼາດ​ຫຼັກ​ຊັບ​ລາວ ​ແລະ ບໍລິສັດ​ຫຼັກ​ຊັບ (ຜູ້​ຊື້, ນັກ​ລົງທຶນ) ຜ່ານຂັ້ນ​ຕອນ​ການ​ທົດ​ແທນ​ບັນຊີ (ລະບົບ​ບັນທຶກ ​ແລະ​ໂອນ​ຫຼັກ​ຊັບ).

      * ການ​ສົ່ົງມອບ​ເງິນ ​ແລະ ຮັບ​ເງິນ
      ບໍລິສັດຫຼັກຊັບທີ່ກ່ຽວຂ້ອງ ຈະຫັກມູນຄ່າການຂາຍຂອງນັກລົງທຶນທີ່ຊື້ ລະຫວ່າງ 1) ບໍລິສັດຫຼັກຊັບ (ຜູ້ຊື້, ນັກລົງທຶນ) ແລະ ຕະຫຼາດຫຼັກຊັບລາວ, 2) ຕະຫຼາດຫຼັກຊັບລາວ ແລະ ບໍລິສັດຫຼັກຊັບ (ຜູ້ຂາຍ, ນັກລົງທຶນ) ໂດຍໂອນເງິນຜ່ານທະນາຄານຊໍາລະເງິນ (ທະນາຄານແຫ່ງ ສປປ ລາວ).
  • ສູນຮັບຝາກຫຼັກຊັບແມ່ນຫຍັງ ?
    • ສູນຮັບຝາກຫຼັກຊັບ ເຮັດໜ້າທີ່ເປັນອົງກອນໃນການຖືຄອງຫຼັກຊັບໃນຮູບແບບເປັນໃບ ຫຼື ບໍ່ມີໃບຫຼັກຊັບ ເພື່ອປະຕິບັດລະບົບບັນທຶກ ແລະ ຮັບຝາກຫຼັກຊັບ. ຕະຫຼາດຫຼັກຊັບລາວຈະໃຫ້ການເກັບຮັກສາໃນຮູບແບບທີ່ບໍ່ມີໃບຮຸ້ນ, ລວມທັງລະບົບບັນທຶກ ແລະ ໂອນຫຼັກຊັບ ຊຶ່ງນັກລົງທຶນສາມາດເພີດເພີນກັບການຊື້ຂາຍຂອງພວກເຂົາໄດ້.
  • ການບໍລິການໃນການໂອນແມ່ນຫຍັງ ?
    • ບໍລິສັດມະຫາຊົນຕ່າງໆ ຈະໃຊ້ຕົວແທນໃນການໂອນເພື່ອຕິດຕາມບຸກຄົນ ແລະ ນິຕິບຸກ ຄົນທີ່ມີກໍາມະສິດໃນຮຸ້ນ ແລະ ພັນທະບັດຂອງພວກເຂົາ. ພວກເຂົາມອບຄວາມໄວ້ວາງໃຈໃຫ້ຕົວແທນໃນການໂອນເປັນໜ່ວຍງານ ທີ່ຈັດການກັບການດໍາເນີນງານຕ່າງໆໃນອົງກອນ. ຕະຫຼາດຫຼັກຊັບລາວໃຫ້ການບໍລິການ ເປັນຕົວແທນໃນການໂອນກັບບໍລິສັດໃດໜຶ່ງໂດຍມີ 3 ປະເພດດັ່ງນີ້:
    • ການໂອນຊື່ :
      • ຈັດການກ່ຽວກັບປຶ້ມລາຍຊື່ຜູ້ຖືຮຸ້ນ ແລະ ປຶ້ມລາຍຊື່ຜູ້ຖືພັນທະບັດ.
      • ສ້າງ/ຍົກເລີກການຄ້ໍາປະກັນ
      • ແຈ້ງການດໍາເນີນການຂອງອົງກອນໃຫ້ແກ່ຜູ້ຖືຮຸ້ນ
      • ຈັດການເລື່ອງຫຼັກຊັບທີ່ກ່ຽວຂ້ອງກັບການຖືກທໍາລາຍ, ສູນເສຍ, ແລະ ຖືກລັກ.
    • ຕົວແທນການຈ່າຍ :
      • ຄໍານວນ ແລະ ຈ່າຍ (ເງິນປັນຜົນ, ຕົ້ນທຶນພັນທະບັດ, ແລະ ດອກເບ້ຍ)
      • ແຈ້ງໃຫ້ຜູ້ຖືຮຸ້ນກ່ຽວກັບການອອກຮຸ້ນໃໝ່, ການຈ່າຍເງິນປັນຜົນ ແລະ ກອງປະຊຸມສະໄໝສາມັນຂອງຜູ້ຖືຮຸ້ນ
      • ບໍລິການອື່ນໆທີ່ກ່ຽວຂ້ອງຂ້າງເທິງ
    • ຕົວແທນການອອກຫຼັກຊັບ :
      • ໃຫ້ຄໍາປຶກສາກ່ຽວກັບການອອກຫຼັກຊັບແກ່ບໍລິສັດຕ່າງໆ
      • ເກັບຮັກສາໃບຢັ້ງຢືນຫຼັກຊັບ
  • ການເຄື່ອນໄຫວຂອງບໍລິສັດ?
    • ໝາຍເຖິງການກະທໍາ ຫຼື ເຫດການທີ່ກໍານົດຈາກບໍລິສັດອອກຫຼັກຊັບທີ່ສົ່ງຜົນກະທົບແກ່ຜູ້ຖືຫຼັກຊັບນັ້ນ. ໃນກໍລະນີດັ່ງກ່າວ ບັນດາຜູ້ຖືຫຼັກຊັບອາດມີທາງເລືອກ ເຊັ່ນ: ພວກເຂົາມີສິດທີ່ຈະສັ່ງຊື້ຮຸ້ນເພີ່ມອີງຕາມເງື່ອນໄຂຂອງບໍລິສັດອອກຫຼັກຊັບ. ອີກດ້ານໜຶ່ງ, ມັນອາດ ເປັນຂໍ້ບັງຄັບທີ່ບັນດາຜູ້ຖືຮຸ້ນບໍ່ມີທາງເລືອກເຊັ່ນ: ໃນກໍລະນີຈ່າຍເງິນປັນຜົນ ຫຼື ແບ່ງຮຸ້ນ. ການດໍາເນີນງານຂອງບໍລິສັດສາມາດພົວພັນເຖິງການຈ່າຍເງິນ (ເງິນປັນ ຜົນ ຫຼື ໂບນັດ) ຫຼື ການ ລົງທະບຽນສິດ (ສິດໃນການຈັບຈອງ, ສິດທິການຄຸ້ມຄອງ, ການແຍກ, ການຮ່ວມຕົວ ແລະ ອື່ນໆ)

  * ສໍາລັບບໍລິສັດອອກຫຼັກຊັບ
  * ສໍາລັບຜູ້ເຂົ້າຮ່ວມ


  • ລະບົບ CCP : ໝາຍເຖິງຕົວກາງລະຫວ່າງຫຼາຍຝ່າຍສັນຍາການຊື້ຂາຍໃນ ຕະຫຼາດໃດໜຶ່ງ, ຫຼື ຫຼາຍຕະຫຼາດ, ຈາກຜູ້ຊື້ຫາບັນດາຜູ້ຂາຍ ແລະ ຜູ້ຂາຍຫາບັນດາຜູ້ຊື້. ສະນັ້ນ, CCP ຈຶ່ງສາມາດຮັບປະກັນສັນຍາການຊື້ຂາຍ
  • ສະສາງ : ໝາຍເຖິງຂັ້ນຕອນການສົ່ງ, ຍອມຮັບ ແລະ ໃນບາງກໍລະນີ, ກໍຢັ້ງຢືນຄໍາສັ່ງໂອນກ່ອນ ການຊໍາລະ ທີ່ລວມເອົາຄໍາສັ່ງຍອດສຸດທິ ແລະ ສ້າງຄໍາສັ່ງການຊໍາລະຄັ້ງສຸດທ້າຍ. ບາງຄັ້ງ ການສະ ສາງກໍກວມລວມເອົາການຊໍາລະ (ໃນຄວາມໝາຍສະເພາະ). ສ່ວນການຊໍາລະລາຄາຂອງການຊື້ຂາຍລ່ວງໜ້າ ໝາຍເຖິງການດຸ່ນດ່ຽງລະຫວ່າງກໍາໄລ ແລະ ຂາດທຶນພ້ອມ ກັບການຄໍານວນ ຫຼັກຊັບຄ້ໍາປະກັນ.
  • ຍອດສຸດທິ : ໃນຄວາມໝາຍຂອງການສໍາລະ-ສະສາງ ຍອດສຸດທິໝາຍເຖິງຂໍ້ຕົກລົງຊົດເຊີຍພັນທະ ເຊິ່ງກັນ ແລະ ກັນຂອງສະມາຊິກໃນລະບົບ. ຂັ້ນຕອນດັ່ງກ່າວກ່ຽວຂ້ອງກັບການຄິດໄລ່ຍອດຊໍາລະສຸດທິ ແລະ ການຫຼຸດລົງຂອງຍອດສຸດທິ (ສອງຝ່າຍ ຫຼື ຫຼາຍຝ່າຍ).

    • ຍອດສຸດທິນໍາໃຊ້ຫຼາຍແບບຄື :
      • ຍອດສຸດທິຫຼາຍຝ່າຍ : ໝາຍເຖິງການຈັດການພັນທະຍອດສຸດທິ 3 ຝ່າຍ ຫຼື ຫຼາຍຝ່າຍ ແລະ ຊໍາລະຍອດສຸດທິ, ເຊິ່ງນໍາໃຊ້ຫຼາຍໃນຕະຫຼາດຫຸ້ນ
      • ຍອດສຸດທິສອງຝ່າຍ : ໝາຍເຖິງການຈັດການພັນທະຍອດສຸດທິ 2 ຝ່າຍ, ນິຍົມໃຊ້ໃນຕະຫຼາດບໍ່ລວມສູນ
  • ການມອບ ແລະ ການຈ່າຍ : ໝາຍເຖິງກົນໄກການຊໍາລະ-ສະສາງຫຼັກຊັບທີ່ກ່ຽວຂ້ອງກັບການໂອນຫຼັກຊັບ ແລະ ໂອນເງິນເພື່ອຮັບປະກັນ
  • ລະບົບບັນທຶກການຮັບຈ່າຍ : ໝາຍເຖິງລະບົບທີ່ສາມາດໂອນຫຼັກຊັບ ຫຼື ຊັບສິນທາງການເງິນທີ່ບໍ່ກ່ຽວຂ້ອງກັບການເຄື່ອນຍ້າຍຫຼັກຊັບ, ຕົວຢ່າງ :
  • ການຊື້ຂາຍບໍ່ລວມສູນ : ໝາຍເຖິງການຊື້ຂາຍທີ່ບໍ່ຜ່ານຕະຫຼາດ. ໃນຕະຫຼາດບໍ່ລວມສູນ, ຜູ້ເຂົ້າຮ່ວມສາມາດຊື້ຂາຍກັນໄດ້ໂດຍກົງ ໂດຍທົ່ວໄປແມ່ນຜ່ານ
  • ການຈັບຄູ່ : ໝາຍເຖິງຂັ້ນຕອນປຽບທຽບການຊື້ຂາຍ ຫຼື ລາຍລະອຽດຂອງການຊໍາລະ-ສະສາງຈາກແຕ່ລະຝ່າຍ ເພື່ອຢັ້ງຢືນວ່າທຸກຝ່າຍເຫັນດີ
  • ວິທີຊໍາລະ-ສະສາງ
    ສາມາດເຮັດໄດ້ແບບລວມຍອດ ຫຼື ສຸດທິ ແລະ ເກີດຂຶ້ນໃນເວລານັ້ນ ຫຼື ເວລາທີ່ກໍານົດ

    • ການຊໍາລະ-ສະສາງລວມ ແລະ ການຊໍາລະ-ສະສາງສຸດທິ
      • ການຊໍາລະ-ສະສາງລວມ ໝາຍເຖິງ ແຕ່ລະຄໍາສັ່ງຈ່າຍຈະຖືກສົ່ງຕໍ່ ແລະ ຊໍາລະເປັນບຸກຄົນ ຜ່ານບັນຊີຮັບ ແລະ ຈ່າຍຂອງທະນາຄານ, ຊຶ່ງມັນສົ່ງຜົນແກ່ຍອດໜີ້ ແລະ ມີສໍາລັບຄໍາ ສັ່ງຈ່າຍທຸກໆຄັ້ງ.
      • ການຊໍາລະ-ສະສາງລວມ ໝາຍເຖິງ ຄໍາສັ່ງຈ່າຍແບບຫັກສຸດທິອີງຕາມກົດລະບຽບ ແລະ ຂັ້ນຕອນຂອງລະບົບ ຊຶ່ງຜົນຂອງຈໍານວນຂອງຄໍາສັ່ງ ຈ່າຍທັງສອງຝ່າຍ ຫຼື ຫຼາຍຝ່າຍແມ່ນ ໜ້ອຍກວ່າຄໍາສັ່ງຈ່າຍແບບເກົ່າ.
    • ເວລາຈິງ ແລະ ເວລາທີ່ກໍານົດ
      • ການຊໍາລະ-ສະສາງໃນເວລາຈິງເກີດຂຶ້ນແບບຕໍ່ເນື່ອງພາຍໃນມື້ດໍາເນີນຕະຫຼາດ.
      • ການຊໍາລະ-ສະສາງໃນເວລາທີ່ກໍານົດເກີດຂຶ້ນກ່ອນເວລາກໍານົດ ນັບແຕ່ຮອບການຊໍາລະ-ສະສາງຄັ້ງດຽວໃນທ້າຍມື້ນັ້ນເຖິງຮອບຊໍາລະປະຈໍາໃນມື້.