Companies/Securities Info. _ Notice
ຕລຊລ ສະຫຼອງຄົບຮອບປີທໍາອິດດ້ວຍກົນໄກການຊື້-ຂາຍແບບໃໝ່
ຕລຊລ ກໍາລັງກຽມພ້ອມທີ່ຈະເປີດຕົວກົນໄກການແລກປ່ຽນຊື້-ຂາຍແບບໃໝ່ໃນຊ່ວງຕົ້ນເດືອນຕຸລາທີ່ຈະມາເຖິງນີ້ ຄຽງຄູ່ໄປກັບການສະເຫຼີມສະຫຼອງຄົບຮອບປີທໍາອິດຂອງ ຕລຊລ. ຕລຊລ ຈະເພີ່ມຊ່ວງເວລາໃນການປະມູນການແລກປ່ຽນຊື້-ຂາຍ ຈາກ 2 ຄັ້ງ ມາເປັນ 6 ຄັ້ງຕໍ່ມື້ ເຊິ່ງໝາຍຄວາມວ່າການຈັບຄູ່ການແລກປ່ຽນຊື້-ຂາຍຈະເກີດຖີ່ຂື້ນ
ອີງຕາມ ປະທານ ແລະ ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບລາວ, ທ່ານ ເດດພູວັງ ມູລຣັຕນ໌ ກ່າວວ່າ ຈຸດປະສົງຂອງການປ່ຽນກົນໄກນີ້ແມ່ນເພື່ອເນັ້ນໃສ່ການເພີ່ມສະພາບຄ່ອງໃນຕະຫຼາດຫຼັກຊັບ ເພາະວ່າໃນການເພີ່ມຊ່ວງເວລາໃນການປະມູນມາເປັນ 6 ຄັ້ງຕໍ່ມື້ ຈະຊ່ວຍສົ່ງເສີມໃຫ້ນັກລົງທຶນຊື້-ຂາຍຫຼາຍຂື້ນ. ຄາດວ່າ ກົນໄກການແລກປ່ຽນຊື້-ຂາຍແບບໃໝ່ນີ້ຈະເລີ່ມນໍາໃຊ້ໃນວັນທີ 10 ຕຸລາ 2011 ເຊິ່ງກົງກັບມື້ເປີດຕະຫຼາດຫຼັກຊັບລາວ.
ຊ່ວງເວລາໃນການຈັບຄູ່ໃໝ່ນີ້ຈະເປີດໂອກາດໃຫ້ນັກລົງທຶນໄດ້ແລກປ່ຽນຊື້-ຂາຍຫຼາຍຂື້ນ ເຊິ່ງໃນປະຈຸບັນ ນັກລົງທຶນສາມາດແລກປ່ຽນຊື້-ຂາຍໄດ້ພຽງແຕ່ 2 ຄັ້ງຕໍ່ມື້, ພາຍຫຼັງເປີດການປະມູນການແລກປ່ຽນຊື້-ຂາຍ 6 ຄັ້ງຕໍ່ມື້ ນັກລົງທຶນຈະສາມາດຊື້-ຂາຍໄດ້ທຸກໆ 30 ນາທີ ຈົນເຖິງເວລາປິດການຊື້-ຂາຍ.
ປະຈຸບັນນີ້ ຊ່ວງເວລາການແລກປ່ຽນຊື້-ຂາຍເລີ່ມຕົ້ນແຕ່ 8:30 ຫາ 11:30 ໂມງ ເຊິ່ງການຈັບຄູ່ຈະເກີດຂື້ນ 2 ຄັ້ງເທົ່ານັ້ນ. ນັກລົງທຶນຕ້ອງໄດ້ຖ້າເຖິງ 1 ຊົ່ວໂມງ 30 ນາທີ ໃນການຈັບຄູ່ ເພື່ອທີ່ຈະຮູ້ວ່າຄໍາສັ່ງຊື້-ຂາຍໄດ້ຮັບການຈັບຄູ່ ຫຼືບໍ່, ແຕ່ໃນທາງກົງກັນຂ້າມ ກົນໄກການແລກປ່ຽນຊື້-ຂາຍແບບໃໝ່ນີ້ຈະອະນຸຍາດໃຫ້ນັກລົງທຶນໄດ້ລໍຖ້າພຽງແຕ່ 30 ນາທີ ເທົ່ານັ້ນ. ນັກລົງທຶນຈະບໍ່ໄດ້ຮັບຄວາມຫຍຸ້ງຍາກໃນຊ່ວງເວລາໃໝ່ຂອງການຈັບຄູ່ ແຕ່ນັກລົງທຶນສາມາດແລກປ່ຽນຊື້-ຂາຍໄດ້ຫຼາຍຂື້ນພາຍໃນມື້.
ຊ່ວງເວລາໃໝ່ຂອງການຈັບຄູ່ ຈະຊ່ວຍໃຫ້ນັກລົງທຶນປະຢັດເວລາໃນການລໍຖ້າ. ທີ່ສໍາຄັນໄປກວ່ານັ້ນມັນຈະຊ່ວຍໃຫ້ນັກລົງທຶນລື້ງເຄີຍກັບການຈັບຄູ່ແບບມີຄວາມຖີ່ຫຼາຍຂື້ນ ເຊິ່ງເປັນການກຽມຄວາມພ້ອມໃຫ້ແກ່ການຊື້-ຂາຍຜ່ານທາງອິນເຕີເນັດ ເຊິ່ງຄາດວ່າຈະເລີ່ມໃຊ້ໃນຕົ້ນປີໜ້າ. ນອກຈາກນັ້ນ ມັນຈະເປັນການເລີ່ມຕົ້ນທີ່ດີໃຫ້ແກ່ນັກລົງທຶນເພື່ອຝຶກຊ້ອມການຊື້-ຂາຍແບບມີຄວາມຖີ່ສູງ ເພື່ອກຽມຄວາມພ້ອມໃຫ້ແກ່ການຊື້-ຂາຍແບບຕໍ່ເນື່ອງ ທີ່ມີແຜນຈະນໍາໃຊ້ໃນອະນາຄົດ.
ຊ່ວງເວລາໃນການຈັບຄູ່ຈະເລີ່ມຕັ້ງແຕ່ 9:00 ໂມງ ເຊິ່ງລາຄາໃນການຈັບຄູ່ຄັ້ງທໍາອິດຈະແມ່ນລາຄາເປີດ ແລະ ມັນຈະຈັບຄູ່ທຸກໆ 30 ນາທີ ຈົນເຖິງເວລາປິດ ຕອນ 11:30 ໂມງ. ລາຄາໃນການຈັບຄູ່ຄັ້ງສຸດທ້າຍ 11:30 ໂມງ ຈະແມ່ນລາຄາປິດຂອງວັນ.
ຕລຊລ ໄດ້ເປີດຂື້ນຢ່າງເປັນທາງການຕັ້ງແຕ່ 10 ຕຸລາ 2010 ແລະ ເປີດການຊື້-ຂາຍຄັ້ງທໍາອິດໃນວັນທີ 11 ມັງກອນ 2011. ໃນປະຈຸບັນນີ້ ມີ 2 ບໍລິສັດຈົດທະບຽນ ແລະ ມີອີກບໍລິສັດໜຶ່ງກໍາລັງຈະຈົດທະບຽນໃນທ້າຍປີນີ້. ການປະມູນການຊື້-ຂາຍ 2 ຄັ້ງຕໍ່ມື້ ໄດ້ເລີ່ມໃຊ້ມາຕັ້ງແຕ່ການເປີດການຊື້-ຂາຍຄັ້ງທໍາອິດ.
ສະແດງຂໍ້ມູນ