Companies/Securities Info. _ Notice
ເຖິງ: ສະມາຊິກຂອງ ຕລຊລ, ຜູ້ລົງທຶນທົ່ວໄປ ແລະ ພາກສ່ວນທີ່ກ່ຽວຂ້ອງ;
ເລື່ອງ: ການປັບປຸງອັດຕາຄ່າທຳນຽມການຊື້-ຂາຍ ແລະ ການໂອນ ຮຸ້ນຈົດທະບຽນ ໃນຕະຫຼາດຫຼັກຊັບລາວ.

- ອີງຕາມ ໜັງສືແຈ້ງການຈາກ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ກ່ຽວກັບການປະຕິບັດ ມະຕິຄະນະປະຈຳສະພາແຫ່ງຊາດ
ເລກທີ 0068/ສຄຄຊ, ລົງວັນທີ 01 ກັນຍາ 2020.
- ອີງຕາມ ຂໍ້ຕົກລົງວ່າດ້ວຍການກຳນົດອັດຕາຄ່າທຳນຽມຊື້-ຂາຍ ແລະ ໂອນ ຮຸ້ນຈົດທະບຽນ ໃນຕະຫຼາດຫຼັກຊັບລາວ ເລກທີ 063/ຄຄຊ,
ລົງວັນທີ 07 ກັນຍາ 2020;

ຕະຫຼາດຫຼັກຊັບລາວ (ຕລຊລ) ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ປະຈຸບັນ ຄ່າທໍານຽມການຊື້-ຂາຍ ແລະ ໂອນຮຸ້ນ ໄດ້ມີການປັບປຸງ,
ໃນນັ້ນ ຄ່າທໍານຽມການຂາຍຮຸ້ນ ແລະ ໂອນຮຸ້ນ ໃນອັດຕາ 0,3% ທີ່ເປັນສ່ວນຂອງລັດຖະບານ ແມ່ນໄດ້ຖືກຍົກເລີກ ໂດຍເລີ່ມຈັດຕັ້ງປະຕິບັດ
ນັບແຕ່ ວັນທີ 07 ກັນຍາ 2020 ເປັນຕົ້ນໄປ ສ່ວນຄ່າທໍານຽມທີ່ເປັນຂອງພາກສ່ວນອື່ນແມ່ນບໍ່ມີການປ່ຽນແປງ ຊຶ່ງລາຍລະອຽດຄ່າທໍານຽມຂອງ
ແຕ່ລະພາກສ່ວນ ແມ່ນໄດ້ຄັດຕິດມາພ້ອມນີ້.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ກ່ຽວກັບການປັບປຸງຄ່າທໍານຽມດັ່ງກ່າວ ຢ່າງທົ່ວເຖິງ.

ດ້ວຍຄວາມນັບຖື,

ຜູ້ອໍານວຍການໃຫຍ່
ສະແດງຂໍ້ມູນ