Companies/Securities Info. _ Notice
ຄະນະຮັບຜິດຊອບຈັດຫຼັກສູດ “ແຜນລາຍການເຝິກອົບຮົມ - ການທະນາຄານເພື່ອການລົງທຶນຢ່າງມືອາຊີບລາວ I”, ຂໍຮຽນແຈ້ງມາຍັງທ່ານຊາບວ່າ ປັດຈຸບັນການຈັດເຝິກອົບຮົມຫຼັກສູດ ແມ່ນໄດ້ສຳເລັດການຈັດເຝິກອົບຮົມຕັ້ງແຕ່ວັນທີ 02 ກັນຍາ 2017 ເຖິງ 01 ຕຸລາ 2017. ປັດຈຸບັນ, ຕລຊລ ແມ່ນກໍາລັງກະກຽມຈັດການສອບເສັງເຊິ່ງປະກອບມີສອງພາກຄື: ພາກຕະຫຼາດທຶນ ແລະ ພາກກົດໝາຍລາວ ເຊິ່ງຈະໄດ້ມີການຈັດການສອບເສັງ ພາກຕະຫຼາດທຶນໃນວັນທີ 15 ຕຸລາ 2017 ແລະ ພາກກົດໝາຍລາວໃນວັນທີ 22 ຕຸລາ 2017, ເວລາ 09:00ໂມງ ທີ່ຫ້ອງປະຊຸມໃຫຍ່ຊັ້ນ 8, ອາຄານຕລຊລ.
ສະນັ້ນ, ຈຶ່ງແຈ້ງມາຍັງທ່ານທີ່ມີຈຸດປະສົງລົງທະບຽນເຂົ້າຮ່ວມສອບເສັງຄືນແມ່ນສາມາດມາລົງທະບຽນສອບເສັງໄດ້ນໍາ ທ.ສຸລະສິດ ພົມຈະເລີນ, ພະແນກຫ້ອງການຄຸ້ມຄອງ ແລະ ບໍລິຫານ, ຕລຊລ ກ່ອນເວລາ 15:00 ໂມງ ວັນທີ 13 ຕຸລາ 2017. (ພ້ອມດ້ວຍຮູບຂະໜາດ 3*4 ຈໍຳນວນ 1 ໃບ).
ໝາຍເຫດ:
- ຜູ້ທີ່ສອບເສັງບໍ່ຜ່ານເກີນກໍານົດ 02 ຄັ້ງ ແມ່ນຈະຕ້ອງໄດ້ຊໍາລະຄ່າລົງທະບຽນສອບເສັງຄືນພາກລະ 250,000 ກີບ).
- ຜູ້ເຂົ້າຮ່ວມສອບເສັງຕ້ອງຖືບັດປະຈຳຕົວມາພ້ອມເພື່ອຮັບເອົາບັດເຂົ້າຫ້ອງສອບເສັງ.
- ທ່ານໃດທີ່ບໍ່ໄດ້ລົງທະບຽນຈະບໍ່ມີສິດສອບເສັງ.
ສະແດງຂໍ້ມູນ