Companies/Securities Info. _ News
ເມື່ອຕອນບ່າຍຂອງວັນທີ 20 ພະຈິກ 2017, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ 3 ຝ່າຍ ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ຕະຫຼາດຫຼັກຊັບ ໂດຍມີ ທ່ານ ບຸນມີ ມະນີວົງ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ວັດທະນາ ດາລາລອຍ, ຮອງຜູ້ວ່າການ ທະນາຄານ ແຫ່ງ ສ.ປ.ປ ລາວ, ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ນາງ ສາຍສະໝອນ ຈັນທະຈັກ, ຫົວໜ້າ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ທ່ານ ວັນຄຳ ວໍຣະວົງ, ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ ພ້ອມດ້ວຍບັນດາແຂກທີ່ຖືກເຊີນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ.
ການຮ່ວມມືທັງ 3 ຝ່າຍໃນຄັ້ງນີ້ຖືເປັນນິມິດໝາຍອັນດີໃຫ້ແກ່ຕະຫຼາດທຶນລາວ ໂດຍມີຈຸດປະສົງຫຼັກແມ່ນເພື່ອເປັນການລົງເລິກໃນຫົວໜ່ວຍທຸລະກິດ ໂດຍສະເພາະແມ່ນສະມາຊິກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ແລະ ມີຄວາມສາມາດເຂົ້າມາລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນ ຕະຫຼາດຫຼັກຊັບ.
ທ່ານ ວັນຄຳ ວໍຣະວົງ ໄດ້ມີຄຳເຫັນວ່າ: “ ທ່ານມີຄວາມເຊື່ອໝັ້ນເປັນຢ່າງຍິ່ງວ່າ ຫຼັງຈາກການຮ່ວມມືໃນຄັ້ງນີ້ ຕະຫຼາດທຶນລາວຈະມີຄວາມເຂັ້ມແຂງຍິ່ງຂຶ້ນກວ່າເກົ່າ ແລະ ພ້ອມທັງເປັນບາດກ້າວສໍາຄັນທີ່ຈະຊ່ວຍນໍາພາໃຫ້ຫົວໜ່ວຍທຸລະກິດລາວກໍຄືຕະຫຼາດທຶນລາວໃຫ້ກ້າວຂຶ້ນໄປສູ່ເວທີສາກົນ. ການທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເຂົ້າມາມີບົດບາດ ແລະ ປະກອບສ່ວນເຂົ້າຮ່ວມໃນການພັດທະນາຕະຫຼາດທຶນໃນຄັ້ງນີ້ຍິ່ງຈະເປັນອີກທ່າແຮງສຳຄັນທີ່ຈະຊ່ວຍຊຸກຍູ້ການພັດທະນາ ຕລຊລ ໃຫ້ມີຄວາມກ້າວໜ້າ ແລະ ເປັນການປະກອບສ່ວນໃນການພັດທະນາເສດຖະກິດຂອງປະເທດ.”
ສະແດງຂໍ້ມູນ