ຈໍານວນ | ຂ່າວ |
---|---|
ຫົວຂໍ້ | ງານສຳມະນາສັນຈອນ “ເປີດໂລກແຫ່ງການລົງທຶນ” ໃນຫົວຂໍ້ “ຮູ້ຈັກການລົງທຶນໃນຮຸ້ນ” ທີ່ລັດວິສາຫະກິດລາວໂທລະຄົມ |
ວັນທີ | 2017.06.23 15:42 |
ເມື່ອວັນສຸກ ທີ 23 ມິຖຸນາ 2017 ທີ່ຜ່ານມາ, ໜ່ວຍງານສົ່ງເສີມຄວາມຮູ້ຕະຫຼາດທຶນ (ສຄຕທ) ໂດຍພາຍໃຕ້ການຮ່ວມມືລະຫວ່າງຕະຫຼາດຫຼັກຊັບລາວ, ບໍລິສັດຈົດທະບຽນ ແລະ ບໍລິສັດຫຼັກຊັບ ໄດ້ຈັດສຳມະນາສັນຈອນ “ເປີດໂລກແຫ່ງການລົງທຶນ” ໃນຫົວຂໍ້ “ຮູ້ຈັກການລົງທຶນໃນຮຸ້ນ” ທີ່ລັດວິສາຫະກິດລາວໂທລະຄົມ ໂດຍມີຜູ້ເຂົ້າຮ່ວມ ເຊິ່ງເປັນຕົວແທນໃຫ້ບັນດາພະແນກການ, ພາກສ່ວນ ແລະ ບັນດາຫ້ອງການ ລາວໂທລະຄົມ ຈາກທົ່ວປະເທດ ຫຼາຍກວ່າ 100 ທ່ານ. ງານສຳມະນາດັ່ງກ່າວ ໄດ້ຮັບກຽດເປັນປະທານກ່າວເປີດໂດຍ ທ່ານ ປາວາລິດ ອຽມອໍາ, ຮອງຜູ້ອຳນວຍການໃຫຍ່ລາວໂທລະຄົມ, ດ້ານບັນຊີ-ການເງິນ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານຫຼັກຊັບ ກໍຄື ຕະຫຼາດຫຼັກຊັບ ຕໍ່ກັບເສດຖະກິດ ແລະ ງານສຳມະນາຄັ້ງນີ້ ທີ່ໄດ້ເຊື້ອເຊີນຕົວແທນ ລັດວິສາຫະກິດລາວໂທລະຄົມ ຈາກທົ່ວປະເທດເຂົ້າຮ່ວມຮັບຟັງເນື້ອໃນຂອງການສຳມະນາດັ່ງກ່າວ. ຈາກນັ້ນ, ທ່ານ ວຽງຄຳ ວັນສີລາລົມ, ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານ ຕະຫຼາດຫຼັກຊັບລາວ ທັງເປັນຫົວໜ້າໜ່ວຍງານສົ່ງເສີມຄວາມຮູ້ຕະຫຼາດທຶນ ກໍໄດ້ຂຶ້ນກ່າວເນັ້ນຕື່ມເຖິງຄວາມສຳຄັນຂອງວຽກງານທີ່ຕິດພັນກັບຕະຫຼາດຫຼັກຊັບໃນການເປັນທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນຢ່າງມີປະສິດທິພາບ ເຊິ່ງຖືເປັນໄມ້ງັດໜຶ່ງທີ່ສຳຄັນສຳລັບການສ້າງສາພັດທະນາເສດຖະກິດຂອງປະເທດໃນຍຸກແຫ່ງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ພາຍໃນງານສຳມະນາດັ່ງກ່າວ ໄດ້ໃຫ້ກຽດບັນຍາຍໂດຍຕົວແທນຈາກທັງສາມພາກສ່ວນ ເຊິ່ງໃນນັ້ນ ຕະຫຼາດຫຼັກຊັບລາວ ກໍໄດ້ບັນຍາຍກ່ຽວກັບການດຳເນີນງານຂອງຕະຫຼາດຫຼັກຊັບລາວ ໃນການເປັນທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ. ຖັດຈາກນັ້ນ, ບໍລິສັດຫຼັກຊັບ ລາວຈີນ ຈຳກັດ ກໍໄດ້ເປັນຕົວແທນໃຫ້ແກ່ບັນດາບໍລິສັດຫຼັກຊັບ ຂຶ້ນບັນຍາຍກ່ຽວກັບຂັ້ນຕອນ ແລະ ຜົນປະໂຫຍດຈາກການລົງທຶນໃນຮຸ້ນ; ແລະ ປິດທ້າຍດ້ວຍການບັນຍາຍຂອງ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ທີ່ເປັນຕົວແທນໃຫ້ແກ່ບັນດາບໍລິສັດຈົດທະບຽນ ເຊິ່ງໄດ້ກ່າວເຖິງພາບລວມຂອງທຸລະກິດ, ຜົນປະໂຫຍດ ແລະ ການປ່ຽນແປງຂອງບໍລິສັດກ່ອນ ແລະ ຫຼັງການເຂົ້າຕະຫຼາດຫຼັກຊັບ ແລະ ແຜນການໃນຕໍ່ໜ້າ. ມາເຖິງປັດຈຸບັນ ໄດ້ມີ 5 ຮຸ້ນ ກໍຄື 5 ບໍລິສັດມະຫາຊົນທີ່ໄດ້ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ ຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ), ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ), ບໍລິສັດ ລາວເວີນ ມະຫາຊົນ (ລວມຊ), ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ (ປທລ) ແລະ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ (ສ.ວ.ນ) ແລະ ມີ 4 ບໍລິສັດຫຼັກຊັບ ເຊິ່ງໃນນັ້ນປະກອບມີ ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ, ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ແລະ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ.