About LSX _ Job opportunities
ຕະຫຼາດຫຼັກຊັບລາວ (ຕລຊລ) ສ້າງຕັ້ງຂຶ້ນໃນວັນທີ 10 ຕຸລາ 2010 ໂດຍການຖືຮຸ້ນລະຫວ່າງ ທະນາຄານແຫ່ງ ສປປ ລາວ 51% ແລະ ຕະຫຼາດຫຼັກຊັບ ສ.ເກົາຫລີ 49% ເຊິ່ງໄດ້ເປີດການຊື້-ຂາຍຮຸ້ນນັບຕັ້ງແຕ່ວັນທີ 11 ມັງກອນ 2011 ເປັນຕົ້ນມາ. ຕລຊລ ເປັນຕະຫຼາດຫຼັກຊັບແຫ່ງດຽວໃນ ສປປ ລາວ ທີ່ໄດ້ປະກອບສ່ວນເຮັດໃຫ້ຕະຫຼາດການເງິນຂອງຊາດມີຄວາມສົມບູນຍິ່ງຂື້ນ ເຊິ່ງໄດ້ກາຍເປັນທາງເລືອກໃໝ່ຂອງການລົງທຶນ ແລະ ລະດົມທຶນໄລຍະຍາວຢ່າງມີປະສິດທິພາບໃຫ້ແກ່ສັງຄົມ.

ປັດຈຸບັນ ຕລຊລ ກຳລັງເປີດຮັບສະໝັກພະນັກງານຜູ້ທີ່ມີຄວາມສາມາດ ແລະ ມີຄວາມສົນໃຈທີ່ຈະເຂົ້າຮ່ວມເປັນສ່ວນໜຶ່ງຂອງຄອບຄົວ ຕລຊລ, ຕຳແໜ່ງທີ່ຕ້ອງການມີດັ່ງລຸ່ມນີ້:

1. ວິຊາການ ກົດໝາຍ ແລະ Compliance
2. ວິຊາການ ຄຸ້ມຄອງລະບົບພື້ນຖານໂຄງລ່າງໄອທີ
3. ພະນັກງານປະຕິບັດການລະບົບໄອທີ
ທ່ານສາມາດດາວໂຫຼດ TORs ຂ້າງລຸ່ມນີ້ ສໍາລັບລາຍລະອຽດທີ່ກ່ຽວຂ້ອງຂອງແຕ່ລະຕໍາແໜ່ງ.

ວິທີສະໝັກ:
ທ່ານສາມາດສະໝັກອອນລາຍ ໂດຍການສົ່ງ CV ສະບັບເຕັມ ແລະ ອັບເດດຫຼ້າສຸດໄປທີ່ອີເມລ: Tomluangkhoth@gmail.com

ສອບຖາມຂໍ້ມູນເພີ່ມຕື່ມ:
ໂທ: 020 2221 7637
ສະແດງຂໍ້ມູນ