ຕະຫຼາດຫຼັກຊັບລາວ (ຕລຊລ) ສ້າງຕັ້ງຂື້ນໃນວັນທີ 10 ຕຸລາ 2010 ໂດຍການຖືຮຸ້ນລະຫວ່າງ ທະນາຄານແຫ່ງ ສປປລາວ 51% ແລະ ຕະຫຼາດຫຼັກຊັບເກົາຫລີ 49% ເຊິ່ງໄດ້ເປີດການຊື້-ຂາຍຮຸ້ນນັບຕັ້ງແຕ່ວັນທີ 11 ມັງກອນ 2011 ເປັນຕົ້ນມາ. ຕລຊລ ເປັນຕະຫຼາດຫຼັກຊັບແຫ່ງດຽວໃນ ສປປ ລາວ ທີ່ໄດ້ປະກອບສວ່ນເຮັດໃຫ້ຕະຫຼາດການເງິນຂອງຊາດມີຄວາມສົມບູນຍິ່ງຂື້ນ ເຊິ່ງໄດ້ກາຍເປັນທາງເລືອກໃໝ່ຂອງການລົງທຶນ ແລະ ລະດົມທຶນໄລຍະຍາວຢ່າງມີປະສິດທິພາບໃຫ້ແກ່ສັງຄົມ.
ປະຈຸບັນ ຕລຊລ ແມ່ນກຳລັງເປີດຮັບສະໝັກພະນັກງານຜູ້ທີ່ມີຄວາມສາມາດ ແລະ ມີຄວາມສົນໃຈທີ່ຈະເຂົ້າຮ່ວມເປັນຄອບຄົວ ຕລຊລ, ຕຳແໜ່ງທີ່ຕ້ອງການມີດັ່ງລຸ່ມນີ້:
ຕຳແໜ່ງ: ເລຂາຜູ້ອຳນວຍການໃຫຍ່ (1 ຕຳແໜ່ງ)
ລະດັບຂັ້ນ: ພະນັກງານ
ເງື່ອນໄຂ ແລະ ວຸດທິຂອງຜູ້ສະໝັກ:
-ສັນຊາດລາວ ແລະ ມີພູມລໍາເນົາທີ່ ສປປ ລາວ
-ຈົບການສຶກສາໃນລະດັບປະລິນຍາຕີຂຶ້ນໄປ, ສາຂາວິຊາ ບໍລິຫານທຸລະກິດ, ເສດຖະສາດ, ພົວພັນສາກົນ, ການເງິນ, ການທະນາຄານ, ກົດໝາຍ ແລະ ສາຂາອືື່ນທີ່ກ່ຽວຂ້ອງ
-ຄະແນນສະເລ່ຍ (GPA) 2.5 ຂຶ້ນໄປ
-ມີຄວາມຮູ້ໃນການນໍາໃຊ້ຄອມພິວເຕີ (Microsoft Office)
-ມີຄວາມຄ່ອງແຄ້ວໃນການອ່ານ, ການຂຽນ ແລະ ເວົ້າພາສາອັງກິດໄດ້ດີ
-ຜູ້ສະໝັກທີ່ມີໃບປະກາດ La.PIB, CPA, CFA ຫຼື CMIP ແລະ ມີຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນ ຈະໄດ້ຮັບການພິຈາລະນາເປັນພິເສດ
ຕຳແໜ່ງ: ວິຊາການກົດໝາຍ (1 ຕຳແໜ່ງ)
ລະດັບຂັ້ນ: ພະນັກງານ
ເງື່ອນໄຂ ແລະ ວຸດທິຂອງຜູ້ສະໝັກ:
-ສັນຊາດລາວ ແລະ ມີພູມລໍາເນົາທີ່ ສປປ ລາວ
-ຈົບການສຶກສາໃນລະດັບປະລິນຍາຕີຂຶ້ນໄປ, ສາຂາວິຊາ ກົດໝາຍ, ກົດໝາຍທຸລະກິດ, ພົວພັນສາກົນ ແລະ ສາຂາອືື່ນທີ່ກ່ຽວຂ້ອງກັບວຽກງານກົດໝາຍ
-ນັກສຶກສາທີ່ຫາກໍ່ຮຽນຈົບ / ນັກສຶກສາທີ່ກໍາລັງຈະຈົບການສຶກສາໃນປີ 2019 ແມ່ນສາມາດສະໝັກໄດ້
-ຄະແນນສະເລ່ຍ (GPA) 2.5 ຂຶ້ນໄປ
-ມີຄວາມຮູ້ໃນການນໍາໃຊ້ຄອມພິວເຕີ (Microsoft Office)
-ມີຄວາມຄ່ອງແຄ້ວໃນການອ່ານ, ການຂຽນ ແລະ ເວົ້າພາສາອັງກິດໄດ້ດີ
-ຜູ້ສະໝັກທີ່ມີໃບປະກາດ La.PIB, CPA, CFA ຫຼື CMIP ແລະ ມີຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນ, ກົດໝາຍກ່ຽວກັບຫຼັກຊັບ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ ຈະໄດ້ຮັບການພິຈາລະນາເປັນພິເສດ
ຕຳແໜ່ງ: ວິຊາການ ພື້ນຖານໂຄ່ງລ່າງໄອທີ (1 ຕຳແໜ່ງ)
ລະດັບຂັ້ນ: ພະນັກງານ
ເງື່ອນໄຂ ແລະ ວຸດທິຂອງຜູ້ສະໝັກ:
-ລະດັບການສຶກສາປະລິນຍາຕີຂຶ້ນໄປ ສາຂາວິສະວະກຳລະບົບ, ວິສະວະກຳເຄືອຂ່າຍ ຫຼື ສາຂາໄອທີອື່ນໆ ດ້ວຍຄະແນນ GPD 2.6
-ຄຸ້ນເຄີຍກັບການນຳໃຊ້ລະບົບ UNIX ຫຼື LINUX
-ມີຄວາມຮູ້ຊ່ຽວຊານດ້ານວິຊາສະເພາະທາງດ້ານ ໂຄງສ້າງພື້ນຖານໄອທີ (ລະບົບເຄືອຂ່າຍ, ລະບົບແມ່ຂ່າຍ, ລະບົບຫົວໜ່ວຍເກັບຂໍ້ມູນ, ລະບົບອຳນວຍຄວາມສະດວກໃນສູນຄຸ້ມຄອງລະບົບໄອທີ) ຈະຖືກພິຈາລະນາເປັນພິເສດ
-ມີປະສົບການວຽກງານຕົວຈິງກ່ຽວກັບຂະແໜງລະບົບເຄືອຂ່າຍ ເຊັ່ນ ລະບົບຄວາມປອດໄພຂອງເຄືອຂ່າຍ CISCO ຈະຖືກພິຈາລະນາເປັນພິເສດ
-ຜູ້ສະໝັກທີ່ໄດ້ຮັບໃບປະກາດ RHCSA, RHCSE, CCNA ຫຼື CCNP ຈະຖືກພິຈາລະນາເປັນພິເສດ
-ມີຄວາມສາມາດທາງດ້ານພາສາອັງກິດໃນລະດັບດີ
ຕຳແໜ່ງ: ວິຊາການອາວຸດໂສ ຝ່າຍພັດທະນາລະບົບ (1 ຕຳແໜ່ງ)
ລະດັບຂັ້ນ: ພະນັກງານ
ເງື່ອນໄຂ ແລະ ວຸດທິຂອງຜູ້ສະໝັກ:
1.ຄວາມສາມາດດ້ານການຂຽນໂປຣແກຣມ
-ມີຄວາມເຂົ້າໃຈກ່ຽວກັບການຂຽນໂປຣແກຣມດ້ວຍພາສາ C or C++
-ມີຄວາມຮູ້-ເຂົ້າໃຈວິທີການຂຽນໂປຣແກຣມດ້ວຍ Object Oriented Programming (OOPs) Concept ໃນພາສາ Java ແລະ ເຂົ້າໃຈ Core Java Programming
-ສາມາດຂຽນໂປຣແກຣມ Java ໂດຍນຳໃຊ້ CRUD operation ກັບລະບົບຖານຂໍ້ມູນ database ໂດຍການນຳໃຊ້ native JDBC
-ມີຄວາມເຂົ້າໃຈກ່ຽວກັບ Threading or multi-threading in java ຈະໄດ້ຮັບພິຈາລະນາເປັນພິເສດ
-ມີຄວາມເຂົ້າໃຈກ່ຽວກັບ Java Socket programming ແມ່ນຖືເປັນເງື່ອນໄຂຈຳເປັນທີ່ຂາດບໍ່ໄດ້
-ມີຄວາມເຂົ້າໃຈ RESTful web service ໃນພາສາ Java ເຊັ່ນ JAX-RS 2.0 ຫຼື JAX-RS 2.1 API
-ມີຄວາມສາມາດໃນການພັດທະນາ mobile application ໂດຍໃຊ້ native framework ຫຼືhybrid framework ໃນການພັດທະນາ web application ໂດຍນຳໃຊ້ spring framework
2.ລະບົບຖານຂໍ້ມູນ
-ມີຄວາມເຂົ້າໃຈເປັນຢ່າງດີກ່ຽວກັບ RDBMS, SQL (Structured Query Language) ໃນລະບົບຖານຂໍ້ມູນ Oracle database ຂັ້ນຜູ້ພັດທະນາລະບົບ, ເຊັ່ນ: DDL (Data Definition Language), DML (Data Manipulation Language), DCL (Data Control Language), TCS (Transaction Control Statement), SCS (Session Control Statement) command
-ມີຄວາມເຂົ້າໃຈກ່ຽວກັບ roles of database objects
-ມີຄວາມເຂົ້າໃຈກ່ຽວກັບ PL/SQL (Procedural Programming Language) ໃນ SQL, ສາມາດ create, modify database store procedures ແລະ functions
3.ລະບົບປະຕິບັດການ
-ມີຄວາມຄຸ້ນເຄີຍໃນລະບົບປະຕິບັດການ UNIX or LINUX environment
4.ຄວາມສາມາດ ແລະ ປະສົບການ
-ການສຶກສາໃນລະດັບປະລິນຍາຕີຂຶ້ນໄປ ສາຂາເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສາຂາກ່ຽວຂ້ອງ;
-ມີປະສົບການໃນການພັດທະນາລະບົບຕົວຈິງໂດຍນຳໃຊ້ ພາສາ Java ເປັນ based programming
-ມີຄຸນສົມບັດໃນການເຮັດວຽກ, ມີທັດສະນະເປີດ ແລະ ສາມາດເຮັດວຽກເປັນທີມໄດ້ເປັນຢ່າງດີ
-ມີຄວາມຮັກ ແລະ ຕິດພັນກັບການຂຽນໂປຣແກຣມເປັນວຽກປະຈຳ
-ມີຄວາມພ້ອມໃນການຮຽນຮູ້ສິ່ງໃໝ່ໆ ແລະ ສາມາດແບ່ງປັນປະສົບການລະຫວ່າງກັນ
-ມີຄວາມຮັບຜິດຊອບສູງ
ວິທີສະໝັກ:
-ດາວໂຫລດແບບຟອມສະໝັກງານ (ໄດ້ຖືກຕິດຄັດຢູ່ດ້ານລຸ່ມຂອງປະກາດສະບັບນີ້)
-ປະກອບແບບຟອມສະໝັກງານ ແລະ ເອກະສານທີ່ກ່ຽວຂ້ອງ ສົ່ງໃຫ້ພະແນກຫ້ອງການຄຸ້ມຄອງ ແລະ ບໍລິຫານ, ຊັ້ນ 4 ຕຶກຕະຫຼາດຫຼັກຊັບລາວ (ກົງກັນຂ້າມກັບສູນວາງສະແດງສິນຄ້າໄອເຕັກ), ບ້ານ ໂພນທັນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
-ປິດຮັບແບບຟອມ: ວັນສຸກ ວັນທີ 21 ມິຖຸນາ 2019, ເວລາ 16:00 ໂມງ
-ໝາຍເຫດ: ຜູ້ສະໝັກທີ່ມີເງື່ອນໄຂຄົບຖ້ວນ ຕລຊລຈະຕິດຕໍ່ກັບເພື່ອແຈ້ງໃຫ້ເຂົ້າມາສອບເສັງ ໃນທ້າຍເດືອນ ມິຖຸນາ 2019. ສຳລັບຕາຕະລາງການສອບເສັງຂອງຕຳແໜ່ງໄອທີແມ່ນຍັງບໍ່ທັນໄດ້ກຳນົດ, ແຕ່ຈະມີການແຈ້ງໃຫ້ຜູ້ສະໝັກຊາບຕາມພາຍຫຼັງ.
ສອບຖາມຂໍ້ມູນເພີ່ມເຕີມ:
ໂທ: 020 5580 9596
(ຂໍຄວາມກະລຸນາຕິດຕໍ່ໃນໂມງລັດຖະການ 8:30 -16:30 ໂມງ ເທົ່ານັ້ນ )
ຫົວຂໍ້ | ປະກາດຮັບສະໝັກງານ ປະຈຳປີ 2019 (ປິດຮັບ) |
---|---|
ວັນທີ | 2019.06.06 19:19 |