About LSX _ Events
ໃນຕອນເຊົ້າວັນພຸດ 13 ພະຈິກ 2019, ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ ພ້ອມດ້ວຍຕາງໜ້າຈາກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ບໍລິສັດກວດສອບດີລອຍຕ໌(ລາວ) (Deloitte) ໄດ້ລົງຢ້ຽມຢາມ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ (ມຫທຊ) ເຊິ່ງຈຸດປະສົງຂອງການລົງຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອນຳສະເໜີຂໍ້ມູນກ່ຽວກັບສະພາບການຊື້-ຂາຍຮຸ້ນຂອງ ມຫທຊ ແລະ ການປະຕິບັດພັນທະຄວາມຮັບຜິດຊອບຕໍ່ສັງຄົມ ໃນຖານະບໍລິສັດຈົດທະບຽນ. ນອກນີ້, ກໍຍັງໄດ້ຮັບຟັງການລາຍງານຂອງ ບໍລິສັດ ມຫທຊ ໂດຍຫຍໍ້ ກ່ຽວກັບ ການເຄື່ອນໄຫວທຸລະກິດປີ 2019, ແຜນການເຄື່ອນໄຫວໃນປີ 2020 ແລະ ການຈັດຕັ້ງປະຕິບັດຫຼັກການຄຸ້ມຄອງກິດຈະການທີ່ດີ (Good Corporate Governance) ຂອງບໍລິສັດ.
ສະແດງຂໍ້ມູນ