ຫົວຂໍ້ | ຕະຫຼາດຫຼັກຊັບລາວ(ຕລຊລ) ຮ່ວມກັບ ບໍລິສັດຫຼັກຊັບ APM (LAO) ຈໍາກັດ ຈັດສໍາມະນາໃຫ້ແກ່ຫົວໜ່ວຍທຸລະກິດພາຍໃຕ້ຫົວຂໍ້: “ການກຽມຄວາມພ້ອມເພື່ອລະດົມທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ” |
---|---|
ວັນທີ | 2019.10.23 17:50 |
ຕະຫຼາດຫຼັກຊັບລາວ(ຕລຊລ) ຮ່ວມກັບ ບໍລິສັດຫຼັກຊັບ APM (LAO) ຈໍາກັດ ໄດ້ສໍາເລັດການຈັດສໍາມະນາໃຫ້ແກ່ຫົວໜ່ວຍທຸລະກິດ ພາຍໃນແຂວງສະຫວັນນະເຂດ ແລະ ເຂດເສດຖະກິດພິເສດເຊໂນ ທີ່ໂຮງແຮມດາວສະຫວັນ ແຂວງສະຫວັນນະເຂດ ໃນ ວັນທີ 21 ຕຸລາ 2019 ພາຍໃຕ້ຫົວຂໍ້: “ການກຽມຄວາມພ້ອມເພື່ອລະດົມທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ” ເຊິ່ງພາຍໃນງານ ທ່ານ ອ໊ອດ ພົນຊຽງດີ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ ເປັນປະທານກ່າວເປີດງານສໍາມະນາ ແລະ ພ້ອມດ້ວຍແຂກກິຕິມາສັກໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວົງພະຈັນ ແສງສຸວັນ ວ່າການຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ແຂວງສະຫວັນນະເຂດ ພ້ອມດ້ວຍ ທ່ານ ສີລາເພັດ ແກ້ວດວງສີ ຮອງຫົວໜ້າຄະນະບໍລິຫານເຂດເສດຖະກິດພິເສດສະຫວັນ-ເຊໂນ
ໃນງານສໍາມະນາ ແມ່ນໄດ້ເຜີຍແຜ່ກ່ຽວກັບ ພາບລວມຕະຫຼາດທຶນ ໃນ ສປປ ລາວ ກໍຄືການໝູນໃຊ້ຕະຫຼາດທຶນເພື່ອເປັນທາງເລືອກໃໝ່ຂອງການລະດົມທຶນ, ການກຽມຕົວເຂົ້າຈົດທະບຽນບໍລິສັດໃນຕະຫຼາດຫຼັກຊັບລາວ ຈາກມຸມມອງຂອງທີ່ປຶກສາທາງການເງິນ, ມາດຕະຖານການບັນຊີສໍາລັບບໍລິສັດທີ່ມີຈຸດປະສົງຕ້ອງການຈົດທະບຽນໃນຕະຫຼາດຫຼັກຊັບ ແລະ ເວົ້າເຖິງປະສົບການຕົວຈິງຂອງຜູ້ທີ່ປະສົບຜົນສໍາເລັດ ຈາກການລະດົມທຶນຜ່ານຕະຫຼາດທຶນ.
ງານສໍາມະນາດັ່ງກ່າວໃຫ້ກຽດບັນຍາຍໂດຍ: ທ່ານ ອ໊ອດ ພົນຊຽງດີ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ, ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການໃຫຍ່ ບໍລິສັດຫຼັກຊັບ APM(LAO) ຈໍາກັດ, ທ່ານ ອະພິສິດ ທ່ຽງຕົງພິນໂຍ ຮຸ້ນສ່ວນບໍລິສັດກວດສອບພາຍນອກ PWC (Lao) ຈໍາກັດ ແລະ Mr. Tee Chee Sang ຜູ້ບໍລິຫານເຂດເສດຖະກິດພິເສດສະຫວັນ-ເຊໂນ ເຂດ C (Savan Park)

ຖັດໄປ | |
---|---|
ຍ້ອນກັບ |