About LSX _ Events
ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ (ບຫທຊ) ເປັນບໍລິສັດ ທີ 08 ທີ່ເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບລາວ ເຊິ່ງໄດ້ຈັດພິທີເປີດການແລກປ່ຽນຊື້-ຂາຍຮຸ້ນຄັ້ງທຳອິດໃນຕອນເຊົ້າວັນທີ 18 ກັນຍາ 2018 ທີ່ຕລຊລ, ເຊິ່ງເປີດການຊື້-ຂາຍຮຸ້ນຄັ້ງທຳອິດໃນລາຄາ 2.800 ກີບ ໂດຍສຳເລັດການອອກຈຳໜ່າຍຮຸ້ນຄັ້ງທຳອິດ ຫຼື IPO ສາມາດລະດົມທຶນເພື່ອນໍາໃຊ້ເຂົ້າໃນການພັດທະນາການຜະລິດຂອງຕົນໄດ້ປະມານ 25,6 ຕື້ກີບ ຫຼື ປະມານ 3 ລ້ານໂດລາສະຫະລັດ.ໂດຍແມ່ນບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ ເປັນຜູ້ປຶກສາດ້ານການເງິນ ແລະ ຜູ້ຄໍ້າປະກັນຈັດຈຳໜ່າຍ. ເຊິ່ງເປັນກຽດຢ່າງສູງເຂົ້າຮ່ວມໂດຍ ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ, ທ່ານນາງ ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ທ່ານ ອາລຸນ ບຸນຍົງ, ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ທ່ານ ນາງ ພູມມາລີ ສິຣິພົນເດດ, ຮອງຫົວໜ້າຫ້ອງການ ທະນາຄານແຫ່ງສປປ ລາວ, ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ ຕລຊລ, :ທ່ານ ຊາຄຣິດ ນັກສອນ, ປະທານ ສະພາບໍລິຫານ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ, ທ່ານ ມານົບ ຕຣີລິດວິໄລ, ຜູ້ອຳນວຍການໃຫຍ່ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ພ້ອມດ້ວຍຄະນະ, ແຂກຖືກເຊີນ, ນັກລົງທຶນ ແລະ ສື່ມວນຊົນ. ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ແມ່ນບໍລິສັດທຳອິດຈາກຂະແໜງການເຊົ່າສິນເຊື່ອທີ່ມາຈົດທະບຽນໃນ ຕລຊລ, ເຊິ່ງມີການເຄື່ອນໄຫວດຳເນີນທຸລະກິດບໍລິການເຊົ່າສິນເຊື່ອໃນ ສປປ ລາວ, ເປັນບໍລິສັດໜຶ່ງທີ່ມີຜົນປະກອບການທີ່ດີ ແລະ ສືບຕໍ່ມີແນວໂນ້ມທີ່ຈະຂະຫຍາຍຕົວຂຶ້ນເລື້ອຍໆ. ການເຂົ້າມາຈົດທະບຽນໃນຕລຊລ ຂອງ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ແມ່ນຖືເປັນນິມິດໝາຍທີ່ສຳຄັນ ແລະ ເປັນຄວາມພາກພູມໃຈຂອງ ຕລຊລ ທີ່ຈະຕ້ອນຮັບ ບໍລິສັດຈົດທະບຽນທີ 8 ເຂົ້າມາເປັນອີກສ່ວນໜຶ່ງໃນການພັດທະນາຂະແໜງການເງິນ ການເຊົ່າສິນເຊື່ອ ກໍຄື ເສດຖະກິດປະເທດ, ສ້າງວຽກເຮັດງານທໍາ ແລະ ສ້າງໂອກາດໃນການຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນກ້າວເຂົ້າສູ່ມາດຕະຖານສາກົນ. ການທີ່ມີຮຸ້ນບໍລິສັດທີ 8 ນີ້ຍັງເປັນການສ້າງທາງເລືອກ ແລະ ເງື່ອນໄຂຫຼາກຫຼາຍໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ທີ່ຈະມາລົງທຶນໃນລຊລ.
ສະແດງຂໍ້ມູນ