About LSX _ Events
ຄະນະຜູ້ບໍລິຫານ ແລະ ພະນັກງານຕະຫຼາດຫຼັກຊັບລາວ(ຕລຊລ) ຂໍສະແດງຄວາມເສຍໃຈຕໍ່ຜູ້ປະສົບໄພ ທີ່ແຂວງ ອັດຕະປື ພາກໃຕ້ຂອງ ສປປ ລາວ, ໂດຍຕລຊລ ໄດ້ມີການລະດົມທຶນເພື່ອຊ່ວຍເຫຼືອ ແລະ ແບ່ງເບົາຄວາມທຸກໂສກຂອງຜູ້ປະສົບໄພ ເປັນຈຳນວນເງິນທັງໝົດ 12.120.000 ກີບ ພ້ອມດ້ວຍເຄື່ອງບໍລິຈາກຈໍານວນໜຶ່ງ ເຊິ່ງເງິນຈໍານວນດັ່ງກ່າວໄດ້ມອບໃຫ້ ທະນາຄານແຫ່ງ ສປປລາວ(ທຫລ) ໃນຕອນເຊົ້າວັນທີ 31/7/2018 ໂດຍການມອບຮັບຂອງທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ ຕລຊລ ແລະ ທ່ານ ນາງ ພູມະລີ ສິຣິພົນເດດ ຮອງຫົວໜ້າຫ້ອງການ ທຫລ ເປັນທີ່ຮຽບຮ້ອຍແລ້ວ. ພວກເຮົາຂໍພາວະນາໃຫ້ຜູ້ປະສົບໄພທີ່ນັ້ນຈົ່ງປອດໄພ ແລະ ຜ່ານພົ້ນເຫດການນີ້ໂດຍໄວ.
ສະແດງຂໍ້ມູນ