About LSX _ Events
ຕະຫຼາດຫຼັກຊັບລາວ(ຕລຊລ) ໄດ້ຕ້ອນຮັບການມາຢ້ຽມຢາມທັດສະນະສຶກສາຂອງຄະນະອາຈານ ແລະ ນັກສຶກສາຈາກສະຖາບັນເສດຖະກິດ-ການເງິນ ຈຳນວນ 220 ຄົນ. ເພື່ອມາແລກປ່ຽນຖອດຖອນບົດຮຽນໃນວຽກງານຕະຫຼາດທຶນລາວ. ໃຫ້ກຽດ ຂຶ້ນກ່າວຕ້ອນຮັບໂດຍ ທ່ານ ຄຳນ້ອຍ ໄຊຍະສີ, ຮັກສາການຫົວໜ້າພະແນກເຕັກໂນໂລຊີຂໍ້ມູນຂ່າວສານ, ຕລຊລ ແລະ ຕ່າງໜ້າຫົວໜ້າໜ່ວຍງານສົ່ງເສີມຄວາມຮູ້ຕະຫຼາດທຶນ. ໃນໂອກາດດັ່ງກ່າວນີ້, ນັກວິທະຍາກອນ ແລະ ວິຊາການທີ່ມີປະສົບການ ຈາກຕລຊລ ແລະ ບໍລິສັດຫຼັກຊັບ ລາວຈີນ ຈຳກັດ ໄດ້ຂຶ້ນບັນຍາຍໃນຫົວຂໍ້ທີ່ໜ້າສົນໃຈເຊັ່ນ: ຕະຫຼາດຫຼັກຊັບລາວ ທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ, ພາລະບົດບາດຂອງບໍລິສັດຫຼັກຊັບ, ຂັ້ນຕອນການແລກປ່ຽນຊື້-ຂາຍຮຸ້ນ. ພາຍຫຼັງສິ້ນສຸດການບັນຍາຍ, ຄະນະອາຈານ ແລະ ນັກສຶກສາ ກໍ່ໄດ້ເຂົ້າຢ້ຽມຊົມຫ້ອງການຕລຊລ ແລະ ເຂົ້າເບິ່ງການຊື້-ຂາຍຮຸ້ນຕົວຈິງທີ່ບໍລິສັດຫຼັກຊັບ ຕື່ມອີກ.
ໃນການມາທັດສະນະທີ່ຕລຊລໃນຄັ້ງນີ້, ພວກເຮົາຫວັງຢ່າງຍິ່ງວ່າ ຈະເປັນການຈຸດປະກາຍ ແລະ ປູກຝັງໃຫ້ບັນດານ້ອງນັກຮຽນ ເຊິ່ງເປັນອະນາຄົດຂອງຊາດ ໄດ້ຮັບຄວາມຮູ້ ແລະ ໄດ້ເຫັນເຖິງຄວາມສຳຄັນຂອງຕະຫຼາດທຶນ ເຊິ່ງເປັນອີກຂະແໜງການໜຶ່ງທີ່ເປັນກຳລັງແຮງໃນການພັດທະນາ ເສດຖະກິດຂອງປະເທດຊາດ ພ້ອມທັງເປັນອີກບອກສຽງໜຶ່ງໃນການເຜີຍແຜ່ວຽກງານຕະຫຼາດທຶນໃຫ້ສັງຄົມໄດ້ເຂົ້າໃຈ.
ສະແດງຂໍ້ມູນ