About LSX _ Events
ຕະຫຼາດຫຼັກຊັບລາວ (ຕລຊລ) ຮ່ວມກັບ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດງານສຳມະນາວຽກງານຕະຫຼາດທຶນໃຫ້ແກ່ບັນດາກົມອ້ອມຂ້າງທະນາຄານແຫ່ງສປປ ລາວ ແລະ ທະນາຄານທຸລະກິດ ຈຳນວນ 90 ກວ່າທ່ານ ໃນວັນທີ 20 ກຸມພາ 2018 ທີ່ຜ່ານມາ ເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກສຳນັກງານ ຄຄຊ, ເຊິ່ງໃຫ້ກຽດບັນຍາຍໂດຍ ນັກວິທະຍາກອນທີ່ມີປະສົບການຈາກ ຕລຊລ ແລະ ສຳນັກງານ ຄຄຊ ໃນຫົວຂໍ້ທີ່ໜ້າສົນໃຈເຊັ່ນ: ພາບລວມຕະຫຼາດທຶນໃນສປປ ລາວ, ຕະຫຼາດຫຼັກຊັບຕໍ່ການພັດທະນາເສດຖະກິດສປປ ລາວ ແລະ ທາງເລືອກໃໝ່ຂອງການລົງທຶນ: ຮຸ້ນ.
Lao Securities Exchange partner with Lao Securities Commission Office (LSCO), held the seminar on Lao capital market on 20 February, 2018 at LSX to welcome LSCO’s unit party meeting. On the seminar honorably presented by lecturer of LSX, LSCO with the interesting topics: overview of Lao capital market, role of LSX to develop Lao economic
ສະແດງຂໍ້ມູນ