About LSX _ Events
ຕະຫຼາດຫຼັກຊັບລາວ ແລະ ຕະຫຼາດຫຼັກຊັບເຊິນເຈີ້ນ ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືສອງຝ່າຍ ທີ່ຕະຫຼາດຫຼັກຊັບເຊິນເຈິ້ນ, ສປ ຈີນ ເມື່ອວັນທີ 12 ທັນວາ 2017, ຮ່ວມລົງນາມລະຫວ່າງ ທ່ານ ວັນຄໍາ ວໍຣະວົງ ຜູ້ອໍານວຍການໃຫຍ່ ຕລຊລ ແລະ ທ່ານ ຫວາງ ຈ້ຽນ ຈຸ່ນ, ປະທານ ແລະ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບເຊິ່ນເຈີ້ນ ມີທ່ານ ຫຼີ ຮຸ່ຍ, ຮອງຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບເຊິນເຈີ້ນ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ,
ການຮ່ວມມືທັງ 2 ຝ່າຍໃນຄັ້ງນີ້ຖືເປັນນິມິດໝາຍອັນດີໃຫ້ແກ່ຕະຫຼາດທຶນລາວ ໂດຍມີຈຸດປະສົງຫຼັກແມ່ນເພື່ອເປັນການແລກປ່ຽນຖອດຖອນບົດຮຽນ, ພັດທະນາບຸກຄະລາກອນໃຫ້ມີຄວາມຮູ້, ຄວາມສາມາດໃນວຽກງານຫຼັກຊັບ ພ້ອມທັງເປັນໂອກາດອັນດີໃນການສຶກສາຄົ້ນຄວ້າຄວາມເປັນໄປໄດ້ໃນການຮ່ວມມືດ້ານຕ່າງໆໃນອະນາຄົດເພື່ອເປັນແມ່ແຮງໃຫ້ແກ່ການພັດທະນາສອງຕະຫຼາດຫຼັກຊັບຄຽງຄູ່ກັນໄປ.
ທ່ານ ວັນຄຳ ວໍຣະວົງ ໄດ້ກ່າວວ່າ: “ ທ່ານມີຄວາມເຊື່ອໝັ້ນເປັນຢ່າງຍິ່ງວ່າ ການຮ່ວມມືໃນຄັ້ງນີ້ຈະເປັນບາດກ້າວສໍາຄັນທີ່ຈະຊ່ວຍນໍາພາ ຕະຫຼາດທຶນລາວໃຫ້ກ້າວຂຶ້ນໄປສູ່ເວທີສາກົນ. ການທີ່ຕະຫຼາດຫຼັກຊັບເຊີ່ນເຈີ້ນ ເຂົ້າມາມີບົດບາດ ແລະ ປະກອບສ່ວນເຂົ້າຮ່ວມຊ່ວຍເຫຼືອຍິ່ງຈະເປັນອີກທ່າແຮງສຳຄັນທີ່ຈະຊ່ວຍຊຸກຍູ້ການພັດທະນາຕະຫຼາດຫຼັກຊັບລາວໃຫ້ມີຄວາມກ້າວໜ້າ, ເຂັ້ມແຂງຍິ່ງຂຶ້ນກວ່າເກົ່າ ແລະ ເປັນການປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດຂອງປະເທດ.”
ສະແດງຂໍ້ມູນ