About LSX _ Events
CMEP - ສຳມະນາທີ່ຕະຫຼາດຫຼັກຊັບລາວ
ໃນວັນສຸກ ທີ 24 ພະຈິກ 2017 ທີ່ຜ່ານມາ ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 8 ຕະຫຼາດຫຼັກຊັບລາວ (ຕລຊລ), ໜ່ວຍງານສົ່ງເສີມຄວາມຮູ້ຕະຫຼາດທຶນ (ສຄຕທ) ໂດຍພາຍໃຕ້ການຮ່ວມມືລະຫວ່າງ ຕລຊລ, ບໍລິສັດຈົດທະບຽນ ແລະ ບໍລິສັດຫຼັກຊັບ ໄດ້ຈັດສຳມະນາສັນຈອນ “ເປີດໂລກແຫ່ງການລົງທຶນ” ໃນຫົວຂໍ້ “ຮູ້ຈັກການລົງທຶນໃນຮຸ້ນ” ໂດຍມີຜູ້ເຂົ້າຮ່ວມ ຈາກ ໜ່ວຍຊາວໜຸ່ມພາຍໃຕ້ຮາກຖານທະນາຄານແຫ່ງສປປ ລາວ ຈຳນວນ 60 ກວ່າທ່ານ.
ງານສຳມະນາດັ່ງກ່າວ ໄດ້ຮັບກຽດເປັນປະທານກ່າວເປີດໂດຍ ທ່ານ ປອ ສົມປະດິດ ວໍລະຈິດ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານ ທຫລ ແລະ ທ່ານ ນາງ ອາລຸນເພັດ ວົງພະຈັນ, ຫົວໜ້າພະແນກຈົດທະບຽນ ແລະ ເປີດເຜີຍຂໍ້ມູນ ຕລຊລ,
ພາຍໃນງານສຳມະນາດັ່ງກ່າວ ໄດ້ໃຫ້ກຽດບັນຍາຍໂດຍຕົວແທນຈາກທັງສາມພາກສ່ວນ ເຊິ່ງໃນນັ້ນ ຕະຫຼາດຫຼັກຊັບລາວ ກໍໄດ້ບັນຍາຍກ່ຽວກັບການດຳເນີນງານຂອງຕະຫຼາດຫຼັກຊັບລາວ ໃນການເປັນທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ. ຖັດຈາກນັ້ນ, ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ກໍໄດ້ເປັນຕົວແທນໃຫ້ແກ່ບັນດາບໍລິສັດຫຼັກຊັບ ຂຶ້ນບັນຍາຍກ່ຽວກັບຂັ້ນຕອນ ແລະ ຜົນປະໂຫຍດຈາກການລົງທຶນໃນຮຸ້ນ; ແລະ ປິດທ້າຍດ້ວຍການບັນຍາຍຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທີ່ເປັນຕົວແທນໃຫ້ແກ່ບັນດາບໍລິສັດຈົດທະບຽນ ເຊິ່ງໄດ້ກ່າວເຖິງພາບລວມຂອງທຸລະກິດ, ຜົນປະໂຫຍດ ແລະ ການປ່ຽນແປງຂອງທະນາຄານກ່ອນ ແລະ ຫຼັງການເຂົ້າຕະຫຼາດຫຼັກຊັບ ແລະ ແຜນການໃນຕໍ່ໜ້າ.
#LSX #CMEP #ໜ່ວຍງານສົ່ງເສີມຄວາມຮູ້ຕະຫຼາດທຶນ
#MAPA #ໜ່ວຍງານສົ່ງເສີມສະພາບຄ່ອງຕະຫຼາດທຶນ
#LXS #BCELKT #LCS #APMLAO
#BCEL #EDL-Gen #LWPC #PTL #SVN
ສະແດງຂໍ້ມູນ