ຫົວຂໍ້ | ພິທີເປີດການເຝິກອົບຮົມຫຼັກສູດ “ແຜນລາຍການເຝິກອົບຮົມ-ການທະນາຄານເພື່ອການລົງທຶນຢ່າງມືອາຊີບລາວ” ລຸ້ນທີ 5 ຫຼື Program - Lao Professional Investment Banking I (Program – La.PIB I, 5th batch) |
---|---|
ວັນທີ | 2017.09.04 09:26 |
ໃນຕອນເຊົ້າຂອງວັນທີ 02 ກັນຍາ 2017 ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 8, ຕະຫຼາດຫຼັກຊັບລາວ, ພິທີເປີດການເຝິກອົບຮົມຫຼັກສູດ “ແຜນລາຍການເຝິກອົບຮົມ-ການທະນາຄານເພື່ອການລົງທຶນຢ່າງມືອາຊີບລາວ” ລຸ້ນທີ 5 ຫຼື Program - Lao Professional Investment Banking I (Program – La.PIB I, 5th batch) ໄດ້ຖືກໄຂຂຶ້ນຢ່າງເປັນທາງການ ໂດຍໄດ້ຮັບກຽດກ່າວເປີດງານຈາກຄະນະຜູ້ບໍລິຫານທັງ 3 ຝ່າຍໂດຍ ທ່ານ ວັນຄຳ ວໍຣະວົງ, ຜູ້ອຳນວຍການໃຫຍ່ ຕລຊລ ; ທ່ານ ຮສ ແສງຈັນ ຈັນທະເສນ, ຮອງຄະນະບໍດີຝ່າຍວິຊາການ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ ມຊ); ທ່ານ ນ. ສຸດາ ປິຕະວັນ, ຜູ້ອໍານວຍການ ຝ່າຍບໍລິຫານ ບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດ. ໃນໂອກາດດຽວກັນນີ້, ທ່ານ ນ. ສາຍສະໝອນ ຈັນທະຈັກ, ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ກໍ່ໄດ້ເປັນກຽດເຂົ້າຮ່ວມ ແລະ ກ່າວສະແດງຄວາມຊົມເຊີຍເປັນຢ່າງຍິ່ງທີ່ ຕລຊລ, ຄສບ ມຊ ແລະ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ ໄດ້ຮ່ວມມືກັນຈັດເຝິກອົບຮົມຫຼັກສູດ Program – La.PIB I ລຸ້ນທີ 5 ເນື່ອງຈາກເປັນການສົ່ງເສີມຄວາມຮູ້ ແລະ ພັດທະນາບຸກຄະລາກອນ ກໍຄື ເປັນການເພີ່ມສັກກະຍາພາບໃນການແຂ່ງຂັນກັບປະເທດອື່ນ ແລະ ຈະເຮັດໃຫ້ຕະຫຼາດທຶນເຕີບໂຕຢ່າງກ້າວກະໂດດຫຼາຍຍິ່ງຂື້ນ. ຫຼັກສູດ Program – La.PIB I ເປັນຫຼັກສູດການເຝິກອົບຮົມທີ່ມີເນື້ອໃນຫຼັກກ່ຽວກັບ ການໃຫ້ຄວາມຮູ້ ທາງດ້ານບັນຊີ, ການວິເຄາະເອກະສານທາງການເງິນ, ວິທີການນໍາໃຊ້ເຄື່ອງມືທາງການເງິນຢ່າງຖືກຕ້ອງ, ປະເມີນມູນຄ່າຫຼັກຊັບ, ກົນໄກຊື້-ຂາຍຫຼັກຊັບໃນຕະຫຼາດຫຼັກຊັບລາວ, ວິທີການລະດົມທຶນຜ່ານຕະຫຼາດທຶນລາວ ແລະ ຜົນປະໂຫຍດຕ່າງໆ ລວມໄປເຖິງກົດໝາຍທີ່ກ່ຽວຂ້ອງກັບຕະຫຼາດທຶນ ໂດຍຜ່ານການເຝິກອົບຮົມກັບນັກວິທະຍາກອນທີ່ມີປະສົບການສູງໃນຂົງເຂດຕະຫຼາດທຶນຢ່າງໃກ້ຊິດ. ເຊິ່ງຫຼັກສູດດັ່ງກ່າວມີນັກສຳມະນາກອນເຂົ້າຮ່ວມທັງໝົດ 40 ກວ່າທ່ານ ເຊິ່ງຈະເລີ່ມເປີດຮຽນນັບຕັ້ງແຕ່ວັນທີ 02 ກັນຍາ 2017 ຈົນເຖິງ ວັນທີ 08 ຕຸລາ 2017. ໃນລະຫວ່າງການເຝິກອົບຮົມ, ບັນດາຜູ້ເຂົ້າຮ່ວມຍັງຈະໄດ້ມີໂອກາດໄປທັດສະນະສຶກສາ ເພື່ອຢ້ຽມຊົມການດຳເນີນງານໂຕຈິງຂອງຕະຫຼາດຫຼັກຊັບໄທ, ບັນດາບໍລິສັດທີ່ປຶກສາທາງການເງິນ ແລະ ບັນດາບໍລິສັດຫຼັກຊັບ ທີ່ມີຊື່ສຽງໃນປະເທດໄທອີກດ້ວຍ. ສຳລັບທ່ານໃດທີ່ພາດໂອກາດໃນຄັ້ງນີ້, ສາມາດເຂົ້າຮ່ວມການເຝິກອົບຮົມນຳພວກເຮົາໄດ້ໃນໂອກາດຕໍ່ໄປ ເນື່ອງຈາກວ່າ ທາງຕລຊລ ຍັງຈະຈັດໃຫ້ມີການເຝິກອົບຮົມທີ່ມີຄຸນະພາບ ໃນອະນາຄົດທີ່ໃກ້ຈະມາຮອດນີ້ຢ່າງແນ່ນອນ.
ຖັດໄປ | |
---|---|
ຍ້ອນກັບ |