About LSX _ Events
ໃນເວລາ 16:30 ໂມງ ຂອງວັນທີ 18 ສິງຫາ 2017, ທີ່ ອາຄານຕະຫຼາດຫຼັກຊັບລາວ (ຕລຊລ), ທ່ານ ວັນຄຳ ວໍຣະວົງ, ຜູ້ອຳນວຍການໃຫຍ່ ຕລຊລ, ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຢ່າງເປັນທາງການຂອງ ທ່ານ ຫວັງ ຈຽນຈຸນ, ປະທານ ແລະ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບເຊິນເຈິ້ນ, ສປ.ຈີນ.
ໃນໂອກາດນີ້, ທ່ານ ວັນຄຳ ວໍຣະວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ຄະນະ ໃນໂອກາດທີ່ໄດ້ເຂົ້າມາຢ້ຽມຢາມ ພ້ອມທັງປຶກສາຫາລື ເພື່ອສ້າງສາຍພົວພັນ ແລະ ຂະຫຍາຍການຮ່ວມມືຢ່າງສະໜິດແໜ້ນຂອງສອງຕະຫຼາດຫຼັກຊັບໃຫ້ໝັ້ນແກ່ນ, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ລະຫວ່າງ ສປປ ລາວ - ສປ. ຈີນ; ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ບໍລິຫານຂັ້ນສູງ ລະຫວ່າງສອງຕະຫຼາດຫຼັກຊັບໃນຄັ້ງນີ້ ຖືໄດ້ວ່າເປັນນິມິດໝາຍອັນດີໃນຊຸກຍູ້ຮັດແໜ້ນສາຍພົວພັນມິດຕະພາບ ແລະ ເປັນຄູ່ຮ່ວມມື ລະຫວ່າງສອງຕະຫຼາດຫຼັກຊັບ ໃຫ້ຈະເລີນງອກງາມຂຶ້ນເລື້ອຍໆ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ທັງສອງຊາດ ແລະ ການພັດທະນາຂອງພາກພື້ນ.
ໃນໂອກາດດຽວກັນ, ທ່ານ ຫວັງ ຈຽນຈຸນ, ປະທານ ແລະ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບເຊິນເຈິ້ນ, ສປ.ຈີນ. ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານຜູ້ອໍານວຍການໃຫຍ່ ພ້ອມທັງຄະນະຜູ້ບໍລິຫານ ຕລຊລ ທີ່ໄດ້ໃຫ້ກຽດຕ້ອນຮັບ, ພ້ອມທັງຍິນດີທີ່ຈະຊຸກຍູ້ສົ່ງເສີມການພົວພັນ ແລະ ຮ່ວມມືສອງຝ່າຍ ກໍຄືການປະຕິບັດວຽກງານຕະຫຼາດທຶນລະຫວ່າງ ສອງຕະຫຼາດຫຼັກຊັບ ໃຫ້ພັດທະນາຂຶ້ນໄປເລື້ອຍໆ.
ສະແດງຂໍ້ມູນ