About LSX _ Events
ໃນຕອນບ່າຍຂອງວັນທີ 11 ສິງຫາ 2017 ທີ່ຜ່ານມາ, ຕະຫຼາດຫຼັກຊັບລາວ(ຕລຊລ) ໄດ້ຕ້ອນຮັບການເຂົ້າມາທັດສະນະສຶກສາຂອງຄະນະອາຈານ ແລະ ນັກສຶກສາຈາກ City University of Hong Kong ແລະ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ ເຊິ່ງເປັນໂຄງການແລກປ່ຽນລະຫວ່າງທັງສອງສະຖາບັນ ຈໍານວນ 30 ຄົນ. ທ່ານ ວັນຄຳ ວໍຣະວົງ, ຜູ້ອຳນວຍການໃຫຍ່ ຕລຊລ ແລະ ທັງເປັນຜູ້ຊີ້ນຳໜ່ວຍງານສົ່ງເສີມຄວາມຮູ້ຕະຫຼາດທຶນ ໃຫ້ກຽດຂຶ້ນເປັນປະທານກ່າວຕ້ອນຮັບຄະນະດັ່ງກ່າວດ້ວຍຄວາມອົບອຸ່ນ ແລະ ຍັງໄດ້ຍົກໃຫ້ເຫັນຄວາມສຳຄັນຂອງຕະຫຼາດທຶນໃນ ສປປລາວ.
ໃນໂອກາດດັ່ງກ່າວນີ້, ນັກວິທະຍາກອນ ແລະ ວິຊາການທີ່ມີປະສົບການຈາກ ຕລຊລ ແລະ ບໍລິສັດຫຼັກຊັບ ລາວຈີນ ຈຳກັດ ໄດ້ຂຶ້ນບັນຍາຍໃນຫົວຂໍ້ທີ່ໜ້າສົນໃຈເຊັ່ນ: ນຳສະເໜີພາບລວມຂອງປະເທດລາວ ແລະ ວຽກງານຕະຫຼາດທຶນ, ບົດບາດຂອງທີ່ປຶກສາທາງການເງິນ ແລະ ຂັ້ນຕອນການເປີດບັນຊີຫຼັກຊັບ ແລະ ການແລກປ່ຽນຊື້-ຂາຍຫຼັກຊັບ. ພາຍຫຼັງສິ້ນສຸດການບັນຍາຍ, ຄະນະອາຈານ ແລະ ນັກສຶກສາຈາກວິທະຍາໄລດັ່ງກ່າວ ກໍ່ໄດ້ເຂົ້າຢ້ຽມຊົມຫ້ອງການຕະຫຼາດຫຼັກຊັບລາວ ແລະ ບັນດາບໍລິສັດຫຼັກຊັບຕ່າງໆນຳອີກ.
ໃນການມາທັດສະນະທີ່ຕລຊລໃນຄັ້ງນີ້, ພວກເຮົາຫວັງຢ່າງຍິ່ງວ່າ ຈະເປັນການຈຸດປະກາຍ ແລະ ປູກຝັງໃຫ້ບັນດານ້ອງນັກຮຽນ ເຊິ່ງເປັນອະນາຄົດຂອງຊາດ ໄດ້ຮັບຄວາມຮູ້ ແລະ ໄດ້ເຫັນເຖິງຄວາມສຳຄັນຂອງຕະຫຼາດທຶນ ເຊິ່ງເປັນອີກຂະແໜງການໜຶ່ງ ໃນການພັດທະນາເສດຖະກິດຂອງປະເທດລາວ.
ສະແດງຂໍ້ມູນ