About LSX _ Events
ໃນວັນທີ 22 ກໍລະກົດ 2017 ທີ່ສູນການຄ້າລາວ-ໄອເຕັກ, ງານເປີດໂລກແຫ່ງການລົງທຶນປະຈຳປີ 2017 ຄັ້ງທີ 5 ພາຍໃຕ້ຫົວຂໍ້: ທຸລະກິດຍືນຍົງ ສ້າງຖານະໝັ້ນຄົງໃນຕະຫຼາດທຶນ ໄດ້ຖືກຈັດຂຶ້ນພາຍໃຕ້ການຮ່ວມມືລະຫວ່າງ ຕະຫຼາດຫຼັກຊັບລາວ(ຕລຊລ), ທະນາຄານແຫ່ງສປປ ລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ບໍລິິສັດຈົດທະບຽນ, ບໍລິສັດຫຼັກຊັບ, ບໍລິສັດກວດສອບ, ບໍລິສັດທີ່ປຶກສາທາງດ້ານກົດໝາຍ ແລະ ບັນດາບໍລິສັດເປົ້າໝາຍກຽມເຂົ້າຈົດທະບຽນ ຫຼາຍກວ່າ 30 ບໍລິສັດ. ທ່ານ ວັນຄຳ ວໍຣະວົງ, ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ ໄດ້ກ່າວຈຸດປະສົງຂອງງານໃນຄັ້ງນີ້ແມ່ນເພື່ອສ້າງໂອກາດໃຫ້ແກ່ມວນຊົນບໍ່ວ່າຈະເປັນນັກລົງທຶນທີ່ມີຄວາມສົນໃຈໃນການລົງທຶນຜ່ານຕະຫຼາດທຶນ ຫຼື ວິສາຫະກິດຜູ້ປະກອບການຕ່າງໆທີ່ມີຄວາມສົນໃຈລະດົມທຶນຜ່ານຕະຫຼາດທຶນໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຍິ່ງຂຶ້ນກ່ຽວກັບວຽກງານຕະຫຼາດທຶນ. ພາຍໃນງານໄດ້ຮັບກຽດເຂົ້າຮ່ວມເປັນປະທານໂດຍ ພະນະທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກໍາມະການຄຸ້ມຄອງຫຼັກຊັບ, ທ່ານ ນາງ ສາຍສະໝອນ ຈັນທະຈັກ, ຫົວໜ້າສຳນັກງານ ຄຄຊ, ທ່ານ ເພັດສະຖາພອນ ແກ້ວວົງວິຈິດ, ຫົວໜ້າຫ້ອງການ ທະນາຄານແຫ່ງ ສປປ ລາວ, ປະທານສະພາບໍລິຫານ ຕລຊລ, ທ່ານ ດຣ. ອາຄົມ ປຣະເສີດ, ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາບໍລິຫານ ຕລຊລ, ທ່ານ ດຣ. ສົມໄຊ ໄທສະຫງວນວໍຣະກຸນ, ກຳມະການ ຕະຫຼາດຫຼັກຊັບແຫ່ງປະເທດໄທ, ປະທານສະພາບໍລິຫານ ບໍລິສັດ ເອັສ ເອັນ ຊີ ຟອມເມີ ຈຳກັດ (ມະຫາຊົນ) ແລະ ທ່ານ ດ໋ອກ ຢຸນ ລີ, ຮອງຜູ້ອໍານວຍການໃຫຍ່ ຕລຊລ.
ວາລະຂອງງານແມ່ນດຳເນີນໄປເປັນເວລາສອງມື້ ໂດຍຈະໄດ້ຮັບຮູ້ຜ່ານມຸມມອງຂອງບໍລິສັດຫຼັກຊັບ, ບໍລິສັດຈົດທະບຽນ ແລະ ນັກວິທະຍາກອນທີ່ມີຄວາມຮູ້ປະສົບການສູງ ພິເສດປີນີ້ໄດ້ຮັບກຽດຈາກ ທ່ານ ດຣ. ສົມໄຊ ໄທສະຫງວນວໍຣະກຸນ, ກຳມະການ ຕະຫຼາດຫຼັກຊັບແຫ່ງປະເທດໄທ, ປະທານສະພາບໍລິຫານ ບໍລິສັດ ເອັສ ເອັນ ຊີ ຟອມເມີ ຈຳກັດ (ມະຫາຊົນ) ທີ່ຈະມາບັນຍາຍຜ່ານທັງມຸມມອງຂອງຜູ້ບໍລິຫານ ຕະຫຼາດຫຼັກຊັບ ແລະ ໃນມຸມມອງຂອງຜູ້ປະກອບການ. ນອກນີ້, ພາຍໃນງານໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມງານ ໄດ້ໂອ້ລົມແລກປ່ຽນສົນທະນາກັບຜູ້ບໍລິຫານຈາກ 5 ບໍລິສັດຈົດທະບຽນ, ຮັບຟັງການບັນຍາຍຈາກບັນດາຜູ້ບໍລິການ ບໍລິສັດຫຼັກຊັບ ໃນຫົວຂໍ້ຕ່າງໆ, ປຶກສາກ່ຽວກັບການລົງທຶນໃນຫຼັກຊັບ, ພ້ອມທັງທ່ຽວຊົມຫ້ອງວາງສະແດງຈາກພາກສ່ວນຕ່າງໆ ແລະ ຮ່ວມຫຼິ້ນກິດຈະກຳເພື່ອຮັບຂອງລາງວັນ ເຊິ່ງສ້າງຄວາມສົນໃຈ ແລະ ຄວາມມ່ວນຊື່ນໃຫ້ແກ່ຜູ້ເຂົ້າຮ່ວມງານເປັນຈຳນວນຫຼາຍ. ງານເປີດໂລກແຫ່ງການລົງທຶນເປັນງານໜຶ່ງທີ່ຍິ່ງໃຫຍ່ຂອງ ຕລຊລ ທີ່ຖືກຈັດຂຶ້ນທຸກໆປີ ເພື່ອສົ່ງເສີມໃຫ້ປະຊາຊົນລາວເຫັນໄດ້ເຖິງຄວາມໝາຍຄວາມສຳຄັນຂອງຕະຫຼາດທຶນ.
ສະແດງຂໍ້ມູນ