About LSX _ Events
ໃນຕອນເຊົ້າຂອງວັນທີ 13 ກໍລະກົດ 2017 ທີ່ຜ່ານມາ, ຕະຫຼາດຫຼັກຊັບລາວ (ຕລຊລ) ໄດ້ຕ້ອນຮັບການມາຢ້ຽມຢາມທັດສະນະສຶກສາຂອງຄະນະສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຈຳນວນ 100 ຄົນ. ທ່ານ ວັນຄຳ ວໍຣະວົງ, ຜູ້ອຳນວຍການໃຫຍ່ ຕລຊລ ແລະ ທັງເປັນຜູ້ຊີ້ນຳໜ່ວຍງານສົ່ງເສີມຄວາມຮູ້ຕະຫຼາດທຶນ ໃຫ້ກຽດຂຶ້ນເປັນປະທານກ່າວຕ້ອນຮັບຄະນະດັ່ງກ່າວດ້ວຍຄວາມອົບອຸ່ນ ແລະ ຍັງໄດ້ຍົກໃຫ້ເຫັນຄວາມສຳຄັນຂອງຕະຫຼາດທຶນໃນ ສປປລາວ. ທ່ານນາງ ເກສອນ ສຸລິວົງ, ປະທານຄະນະສະຫະພັນແມ່ຍິງ ກະຊວງປທສ ກໍ່ໄດ້ຂຶ້ນກ່າວມີຄຳເຫັນຕໍ່ງານ ພ້ອມທັງສະແດງຄຳຂອບໃຈຕໍ່ຜູ້ອຳນວຍການໃຫຍ່ ຕລຊລ ແລະ ຄະນະຈັດຕັ້ງພິທີທີ່ໃຫ້ການຕ້ອນຮັບ ເປັນຢ່າງດີ.
ໃນໂອກາດດັ່ງກ່າວນີ້, ນັກວິທະຍາກອນ ຈາກ ຕລຊລ, ບໍລິສັດຫຼັກຊັບລ້ານຊ້າງ ມະຫາຊົນ ແລະ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ໄດ້ຂຶ້ນບັນຍາຍໃນຫົວຂໍ້ທີ່ໜ້າສົນໃຈເຊັ່ນ: ຕະຫຼາດຫຼັກຊັບລາວ ທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ, ການເປີດບັນຊີຫຼັກຊັບ ແລະ ການແລກປ່ຽນຊື້-ຂາຍຫຼັກຊັບ ແລະ ການວິເຄາະຮຸ້ນ, ການແນະນຳບໍລິສັດຈົດທະບຽນ. ພາຍຫຼັງສິ້ນສຸດການບັນຍາຍ, ຄະນະກະຊວງປທສ ກໍ່ໄດ້ເຂົ້າຢ້ຽມຊົມຫ້ອງການຕະຫຼາດຫຼັກຊັບລາວ ຕື່ມອີກ.
ໃນການມາທັດສະນະທີ່ ຕລຊລ ໃນຄັ້ງນີ້, ພວກເຮົາຫວັງຢ່າງຍິ່ງວ່າ ຈະເປັນການຈຸດປະກາຍ ແລະ ສົ່ງເສີມແມ່ຍິງລາວ ກໍ່ຄື ຄະນະສະຫະພັນແມ່ຍິງກະຊວງ ປທສ ພ້ອມທັງສະມາຊິກ ໄດ້ຮັບຄວາມຮູ້, ໄດ້ເຫັນເຖິງຄວາມສຳຄັນຂອງຕະຫຼາດທຶນ ເຊິ່ງເປັນອີກຂະແໜງການໜຶ່ງທີ່ເປັນກຳລັງແຮງໃນການພັດທະນາ ເສດຖະກິດຂອງປະເທດຊາດໃນຕໍ່ອະນາຄົດ ເພື່ອໃຫ້ກາຍເປັນແມ່ຍິງໃນຍຸກໃໝ່ກັບການປ່ຽນແປງເສດຖະກິດ ແລະ ສະພາບການຂອງໂລກໃນຍຸກເຊື່ອມໂຍງ.
ສະແດງຂໍ້ມູນ