About LSX _ Events
ໃນວັນທີ 3 ສິງຫາ 2022 ຢູ່ຫ້ອງປະຊຸມໃຫຍ່ຕະຫຼາດຫຼັກຊັບລາວ ໄດ້ຈັດພິທີມອບ-ຮັບໜ້າທີ່ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ ລະຫວ່າງ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການໃຫຍ່ ຕລຊລ (ຜູ້ເກົ່າ) ກັບ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການໃຫຍ່ ຕລຊລ (ຜູ້ໃໝ່) ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ວັດທະນາ ດາລາລອຍ ຮອງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ); ພ້ອມດ້ວຍບັນດາຄະນະນໍາ, ຜູ້ຕາງໜ້າບັນດາກົມກອງ ທຫລ, ຕລຊລ; ບັນດາບໍລິສັດຈົດທະບຽນ, ບໍລິສັດຫຼັກຊັບ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ
ໃນວາລະພິທີດັ່ງກ່າວ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທຫລ, ປະທານສະພາບໍລິຫານ ຕລຊລ ໄດ້ຂື້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ແລະ ສັບຊ້ອນພະ ນັກງານ ຕິດພັນກັບ ຕລຊລ ແລະ ທຫລ ຕາມລຳດັບ; ຈາກນັ້ນ, ກໍ່ໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ຜູ້ອໍານວຍການໃຫຍ່ ຕລຊລ ໂດຍການໃຫ້ກຽດເປັນສັກຂີພິຍານຂອງ ທ່ານ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ສະແດງຂໍ້ມູນ