About LSX _ Events
ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບ ການກຽມຄວາມພ້ອມການອອກຈໍາໜ່າຍຮຸ້ນຄັ້ງທຳອິດ (IPO) ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວລະຫວ່າງ ສຄຄຊ, ຕລຊລ ແລະ ບໍລິສັດ ເປົ້າໝາຍຈົດທະບຽນ (ລັດວິສາຫະກິດລາວເດີນອາກາດ) ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2022, ທີ່ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ
ໂດຍໄດ້ມີການຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈຂຶ້ນ ລະຫວ່າງ 3 ຝ່າຍ ຄື: ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ), ຕະຫຼາດຫຼັກ ຊັບລາວ (ຕລຊລ) ແລະ ບໍລິສັດເປົ້າໝາຍຈົດທະບຽນຄື: ລັດວິສາຫະກິດລາວເດີນອາກາດ ໂດຍແມ່ນ ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າ ສໍານັກງານ ຄຄຊ, ທ່ານ ນ. ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ ແລະ ທ່ານ ສີວຽງທອງ ກອນນີວົງ ຜູ້ອຳນວຍການລັດວິສາຫະກິດລາວເດີນອາກາດ ເປັນຜູ້ຕາງໜ້າລົງນາມໃນບົດບັນທຶກຄວາມເຂົ້າໃຈຂອງທັງ 3 ຝ່າຍ. ພ້ອມນີ້ ພາຍໃນພິທີ ຍັງໄດ້ຕ້ອນຮັບການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ນ. ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຜູ້ຊີ້ນຳວຽກງານ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຍັງມີຜູ້ຕາງໜ້າຈາກຫ້ອງການຮ່ວມມືລາວ-ລຸກຊຳບວກ ປະຈຳ ສປປ ລາວ ທ່ານ ນິກໂກລາສ໌ ຕາດສ໌ ຮອງອຸປະທູດ ສະຖານທູດແຫ່ງອະນາຈັກລຸກຊຳບວກປະຈຳ ນະຄອນຫລວງ ວຽງຈັນ ສປປ ລາວ ແລະ ທ່ານ ສັງວານ ວົງໄຊ ຈາກກົມປະຕິຮູບລັດວິສາຫະກິດ ກະຊວງການເງິນ
ພິທີລົງນາມໃນຄັ້ງນີ້ຈະຊ່ວຍໃຫ້ການຮ່ວມມືຂອງທັງສາມຝ່າຍມີຄວາມຮັດແໜ້ນ ແລະ ກົມກຽວຂຶ້ນໃນການຮ່ວມມືກັນສ້າງຄວາມເຂັ້ມແຂງໃຫ້ແກ່ບໍລິສັດເປົ້າໝາຍຈົດທະບຽນ ເພື່ອສາມາດສຳເລັດການກະກຽມຄວາມພ້ອມເພື່ອອອກຈຳໜ່າຍຮຸ້ນ ແລະ ເຂົ້າຈົດທະບຽນໃນ ຕລຊລ ໃຫ້ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອເປັນອີກແຮງໜຶ່ງໃນການຂັບເຄື່ອນ ແລະ ເຮັດໃຫ້ຕະຫຼາດທຶນມີສີສັນຍິ່ງຂຶ້ນຕື່ມ.
ສະແດງຂໍ້ມູນ