ຫົວຂໍ້ | ຕລຊລ ຕ້ອນຮັບການຢ້ຽມຢາມຂອງຄະນະຄູອາຈານ ແລະ ນັກສຶກສາ ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມະຫາວິທະຍາໄລ ສຸພານຸວົງ ໃນວັນທີ 25 ກຸມພາ 2021 |
---|---|
ວັນທີ | 2021.02.26 09:41 |
ໃນຕອນເຊົ້າ ວັນທີ 25 ກຸມພາ 2021 ຕະຫລາດຫລັກຊັບລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງຄະນະຄູອາຈານ ແລະ ນັກສຶກສາ ຄະນະເສດຖະສາດ ແລະ ການທ່ອງທ່ຽວ, ມະຫາວິທະຍາໄລ ສຸພານຸວົງ ເຊິ່ງໃຫ້ກຽດ ຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ອ໊ອດ ພົນຊຽງດີ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ . ໃນວາລະດຽວກັນ ຕລຊລ ກໍໄດ້ມີການເຜີຍແຜ່ຄວາມຮູ້ວຽກງານຕະຫລາດທຶນ ໃນຫົວຂໍ້ "ຄວາມສຳຄັນຂອງຕະຫຼາດຫຼັກຊັບຕໍ່ກັບການພັດທະນາຕະຫຼາດທຶນຂອງ ສປປ ລາວ" ໃຫ້ແກ່ ຄະນະຄູອາຈານ ແລະ ນັກສຶກສາທີ່ເຂົ້າຮ່ວມໃນຄັ້ງນີ້, ທີ່ຊັ້ນ 8 ອາຄານ ຕລຊລ. ການເຜີຍແຜ່ຄວາມຮູ້ໃນຄັ້ງນີ້ ແມ່ນໄດ້ແນ່ໃສສ້າງຄວາມເຂົ້າໃຈກ່ຽວກັບ ຄວາມສຳຄັນຂອງຕະຫຼາດຫຼັກຊັບຕໍ່ກັບການພັດທະນາຕະຫຼາດທຶນຂອງ ສປປ ລາວ ແລະ ຜົນການປະຕິບັດທາງດ້ານການລົງທຶນຂອງຕະຫຼາດຫຼັກຊັບລາວໃນໄລຍະຜ່ານມາ.
ຖັດໄປ | |
---|---|
ຍ້ອນກັບ |