About LSX _ Events
ໃນຕອນບ່າຍ ວັນທີ 10 ກຸມພາ 2021 ໄດ້ຈັດພິທີ ມອບໃບຢັ້ງຢືນການເຂົ້າຮ່ວມຫຼັກສູດເຝິກອົບຮົມສຳລັບຜູ້ບໍລິຫານ Certificate Giving Ceremony of Director Certification Program (DCP), ທີ່ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ໂດຍການໃຫ້ກຽດມອບໃບຢັ້ງຢືນໂດຍ ທ່ານ ນ. ສາຍສະໝອນ ຈັນທະຈັກ ຫົວໜ້າ ສຳນັກງານຄະນະກຳມະຫານຄຸ້ມຄອງຫຼັກຊັບ. ເຊິ່ງຫຼັກສູດດັ່ງກ່າວແມ່ນມີຄວາມສຳຄັນຫຼາຍຕໍ່ຜູ້ເຂົ້າຮ່ວມ ເພື່ອເປັນແນວທາງ ໃນການຈັດຕັ້ງປະຕິບັດການບໍລິຫານທີ່ດີ ແລະ ຊຸກຍູ້ໃຫ້ຜູ້ເຂົ້າຮ່ວມເພີ່ມທັກສະໃນການບໍລິຫານໃຫ້ມີປະສິດຕິພາບສູງໃນການບໍລິຫານອົງກອນ, ເຊິ່ງພິທີໃນຄັ້ງນີ້ ໄດ້ມອບໃບຢັ້ງຢືນການເຂົ້າຮ່ວມຫຼັກສູດເຝິກອົບຮົມ ສຳລັບຜູ້ບໍລິຫານ Certificate Giving Ceremony of Director Certification Program (DCP) ໃຫ້ແກ່ ທ່ານ ອ໊ອດ ພົນຊຽງດີ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ ທີ່ໄດ້ສຳເລັດການເຝິກອົບຮົມ ແລະ ສອບຜ່ານຫຼັກສູດດັ່ງກ່າວ.
ສະແດງຂໍ້ມູນ