ຫົວຂໍ້ | ຕລຊລ ຮ່ວມກັບ ທຄຕລ-ກທ ຈຳກັດ ຈັດງານສໍາມະນາພາຍໃຕ້ຫົວຂໍ້ “ນັກລົງທຶນໃໝ່ກ້າວໄກ ສູ່ເສດຖະກິດລາວ” |
---|---|
ວັນທີ | 2020.10.15 13:22 |
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 10 ປີ ຂອງຕະຫຼາດທຶນລາວ, ຕລຊລ ຮ່ວມກັບ ທຄຕລ-ກທ ຈຳກັດ
ຈັດງານສໍາມະນາພາຍໃຕ້ຫົວຂໍ້ “ນັກລົງທຶນໃໝ່ກ້າວໄກ ສູ່ເສດຖະກິດລາວ” ໃນວັນທີ 14 ຕຸລາ 2020 ທີ່ຫ້ອງສຳມະນາ
ອາຄານຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໂດຍການຕ້ອນຮັບຂອງທ່ານ ຮ.ສ ແສງຈັນ ວັນນະເສນ ຮອງຄະນະບໍດີ
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ. ຈຸດປະສົງຂອງການຈັດງານສໍາມະນາດັ່ງກ່າວແມ່ນເພື່ອຊຸກຍູ້ ແລະ ສົ່ງເສີມນັກສຶກສາ
ເຂົ້າໃຈກ່ຽວກັບການລົງທຶນໃນຮຸ້ນ ລວມທັງ ຂັ້ນຕອນການເປີດບັນຊີຫຼັກຊັບ ແລະ ການວິເຄາະຮຸ້ນເພື່ອປ້ອງກັນຄວາມສ່ຽງກ່ອນການລົງທຶນ.
ພ້ອມດຽວກັນນັ້ນ ພາຍໃນງານ ກໍໄດ້ມີການຕັ້ງບູສຈາກ ບໍລິສັດ ທຄຕລ-ກທ ຈຳກັດ, ບໍລິສັດ ຫຼັກຊັບລາວ-ຈີນ ຈຳກັດ ແລະ ບໍລິສັດຫຼັກຊັບ
ລ້ານຊ້າງ ມະຫາຊົນ ເພື່ອໃຫ້ນັກສຶກສາ ແລະ ຄູອາຈານຜູ້ທີ່ສົນໃຈຕ້ອງການເປີດບັນຊີຫຼັກຊັບເພື່ອການລົງທຶນໃນຮຸ້ນ.

ຖັດໄປ | |
---|---|
ຍ້ອນກັບ |