About LSX _ Events
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 10 ປີ ຂອງຕະຫຼາດທຶນລາວ, ຕລຊລ ຮ່ວມກັບ ສຄຄຊ ແລະ
ບໍລິສັດຫຼັກຊັບ ລາວ-ຈີນ ຈໍາກັດ ຈັດງານສໍາມະນາໃນຫົວຂໍ້ “ໂອກາດເຂົ້າຫາແຫຼ່ງທຶນ ຜ່ານຕະຫຼາດທຶນ” ໃນວັນທີ
08 ກັນຍາ 2020 ທີ່ຫ້ອງປະຊຸມຊັ້ນ 4 ອາຄານຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໂດຍການຕ້ອນຮັບຂອງ
ທ່ານ ທະນົງໄຊ ຂຸດໄພທູນ ຮອງຫົວໜ້າຄະນະຄຸ້ມຄອງຫ້ອງການເຂດເສດຖະກິດພິເສດນະຄອນຫຼວງ. ຈຸດປະສົງຂອງ
ການຈັດງານສໍາມະນາດັ່ງກ່າວແມ່ນເພື່ອເຜີຍແຜ່ຄວາມຮູ້ຂອງຕະຫຼາດທຶນ ພ້ອມທັງເຂົ້າໃຈເຖິງຜົນປະໂຫຍດຈາກການລະດົມທຶນ
ແລະ ເປັນບໍລິສັດຈົດທະບຽນໃນ ຕລຊລ ລວມເຖິງ ການກະກຽມຄວາມພ້ອມຕໍ່ການອອກຈໍາໜ່າຍຮຸ້ນ ໃຫ້ແກ່ ສະມາຊິກຂອງ
ເຂດເສດຖະກິດພິເສດກວມລວມໄຊເສດຖາ, ພ້ອມດຽວກັນນັ້ນ ພາຍໃນງານ ບັນດາຜູ້ເຂົ້າຮ່ວມກໍໄດ້ມີການສະແດງຄໍາຄິດເຫັນ
ແລະ ແລກປ່ຽນຕໍ່ກັບງານສໍາມະນາດັ່ງກ່າວອີກດ້ວຍ.
ສະແດງຂໍ້ມູນ