About LSX _ Events
ໃນຕອນບ່າຍ ຂອງວັນທີ 15 ກໍລະກົດ 2020, ຕະຫຼາດຫຼັກຊັບລາວ (ຕລຊລ) ພ້ອມດ້ວຍຕາງໜ້າຈາກ ສຳນັກງານຄະນະກຳມະການ
ຄຸ້ມຄອງຫຼັກຊັບ (ສຄຄຊ), ບໍລິສັດ ພຣາຍສ໌ວໍເຕີ້ເຮົ້າສ໌ກຸບເປີສ໌ (ລາວ) ຈໍາກັດຜູ້ດຽວ (PwC) ໄດ້ລົງຢ້ຽມຢາມ ບໍລິສັດ ພູສີກໍ່ສ້າງ
ແລະ ພັດທະນາ ມະຫາຊົນ (ພກພ) ເຊິ່ງຈຸດປະສົງຂອງການລົງຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອນຳສະເໜີຂໍ້ມູນກ່ຽວກັບສະພາບການຊື້-ຂາຍ
ຮຸ້ນຂອງ ພກພ ແລະ ການປະຕິບັດພັນທະຄວາມຮັບຜິດຊອບຕໍ່ສັງຄົມ ໃນຖານະບໍລິສັດຈົດທະບຽນ. ນອກນັ້ນ, ພກພ ຍັງໄດ້ລາຍງານກ່ຽວກັບ
ການຈັດຕັ້ງປະຕິບັດຫຼັກການຄຸ້ມຄອງກິດຈະການທີ່ດີ (Good Corporate Governance) ຂອງບໍລິສັດ, ການເຄື່ອນໄຫວທຸລະກິດປີ 2019
ແລະ ແຜນການເຄື່ອນໄຫວໃນປີ 2020
ສະແດງຂໍ້ມູນ