ຫົວຂໍ້ | ຕະຫຼາດຫຼັກຊັບລາວ ພ້ອມດ້ວຍຕາງໜ້າຈາກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ບໍລິສັດກວດສອບພຣາຍສ໌ວໍເຕີ້ເຮົ້າສ໌ກູເປີ້ສ໌ (ລາວ) ຈໍາກັດ (PWC) ໄດ້ລົງຢ້ຽມຢາມ ບໍລິສັດ ລາວເວີນ ມະຫາຊົນ (ລວຊມ) |
---|---|
ວັນທີ | 2019.11.29 11:39 |
ຕອນເຊົ້າວັນພະຫັດ 21 ພະຈິກ 2019, ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ ພ້ອມດ້ວຍຕາງໜ້າຈາກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ບໍລິສັດກວດສອບພຣາຍສ໌ວໍເຕີ້ເຮົ້າສ໌ກູເປີ້ສ໌ (ລາວ) ຈໍາກັດ (PWC) ໄດ້ລົງຢ້ຽມຢາມ ບໍລິສັດ ລາວເວີນ ມະຫາຊົນ (ລວຊມ) ເຊິ່ງຈຸດປະສົງຂອງການລົງຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອນຳສະເໜີຂໍ້ມູນກ່ຽວກັບສະພາບການຊື້-ຂາຍຮຸ້ນຂອງ ລວຊມ ແລະ ການປະຕິບັດພັນທະຄວາມຮັບຜິດຊອບຕໍ່ສັງຄົມ ໃນຖານະບໍລິສັດຈົດທະບຽນ. ນອກນັ້ນ, ລວຊມ ໄດ້ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດຫຼັກການຄຸ້ມຄອງກິດຈະການທີ່ດີ (Good Corporate Governance) ຂອງບໍລິສັດ, ການເຄື່ອນໄຫວທຸລະກິດປີ 2019 ແລະ ແຜນການເຄື່ອນໄຫວໃນປີ 2020.
ຖັດໄປ | |
---|---|
ຍ້ອນກັບ |