ຫົວຂໍ້ | ຕະຫຼາດຫຼັກຊັບລາວ ພ້ອມດ້ວຍຕາງໜ້າຈາກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ລົງຢ້ຽມຢາມ ບໍລິສັດ ຊີມັງລາວ ມະຫາຊົນ (ບຊລ) ໃນວັນທີ 14 ພະຈິກ 2019 |
---|---|
ວັນທີ | 2019.11.27 16:07 |
ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ ພ້ອມດ້ວຍຕາງໜ້າຈາກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ລົງຢ້ຽມຢາມ ບໍລິສັດ ຊີມັງລາວ ມະຫາຊົນ (ບຊລ) ໃນຕອນເຊົ້າວັນສຸກ 14 ພະຈິກ 2019. ການຢ້ຽມຢາມດັ່ງກ່າວມີຈຸດປະສົງ ເພື່ອນໍາສະເໜີຂໍ້ມູນກ່ຽວກັບສະພາບການຊື້-ຂາຍຮຸ້ນຂອງ ບຊລ ແລະ ການປະຕິບັດພັນທະຄວາມຮັບຜິດຊອບຕໍ່ສັງຄົມ ໃນຖານະບໍລິສັດຈົດທະບຽນ. ນອກນັ້ນ, ບຊລ ກໍໄດ້ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດຫຼັກການຄຸ້ມຄອງກິດຈະການທີ່ດີ (Good Corporate Governance) ຂອງບໍລິສັດ, ການເຄື່ອນໄຫວທຸລະກິດປີ 2019 ແລະ ແຜນການເຄື່ອນໄຫວໃນປີ 2020.
ຖັດໄປ | |
---|---|
ຍ້ອນກັບ |