ໂຄງການສົ່ງເສີມຄວາມຮູ້ກ່ຽວກັບຕະຫຼາດທຶນປະຈຳປີ 2014 ເປັນໂຄງການຮ່ວມມືກັນລະຫວ່າງ ຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ ແລະ ບໍລິສັດຈົດທະບຽນ ໂດຍມີເປົ້າໝາຍໃນການເຜີຍແຜ່ຄວາມຮູ້ກ່ຽວກັບຕະຫຼາດທຶນແກ່ມວນຊົນເພື່ອເສີມສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ສ້າງໃຫ້ຜູ້ອ່ານກາຍເປັນນັກລົງທຶນດ້ວຍຄວາມຮູ້ຄວາມເຂົ້າໃຈ. ໃນນັ້ນ ໂຄງການໄດ້ສ້າງປຶ້ມຄູ່ມືແນະນຳ ໃນຫົວຂໍ້ "ເປີດໂລກແຫ່ງການລົງທຶນ" ຕອນ: "ຮູ້ຈັກການລົງທຶນໃນຮຸ້ນ" ທີ່ຈະນໍາພາຜູ້ອ່ານໄປຮູ້ຈັກກັບການລົງທຶນໃນຮຸ້ນ ໂດຍສະເພາະແມ່ນລົງທຶນໃນ ຕະຫຼາດຫຼັກຊັບລາວ ເຊິ່ງປຶ້ມຈະໄດ້ຍົກໃຫ້ເຫັນຂໍ້ມູນເບື້ອງຕົ້ນກ່ຽວກັບການຕະຫຼາດທຶນລາວ, ຮຸ້ນ, ການກຽມພ້ອມລົງທຶນ, ຄວາມສ່ຽງ, ຂັ້ນຕອນການລົງທຶນ, ສິດ ແລະ ຜົນປະໂຫຍດ, ສິ່ງທີ່ຕ້ອງພິຈາລະນາກ່ຽວກັບການລົງທຶນໃນຮຸ້ນ, ຂໍ້ມູນກ່ຽວກັບບໍລິສັດຈົດທະບຽນ, ບໍລິສັດຫຼັກຊັບ ໆລໆ. ທ່ານສາມາດດາວໂຫຼດເອກະສານໄດ້ທີ່ເອກະສານຄັດຕິດມາພ້ອມນີ້.
ໜ່ວຍງານສົ່ງເສີມຄວາມຮູ້ກ່ຽວກັບຕະຫຼາດທຶນ, ຕລຊລ
ຫົວຂໍ້ | ປຶ້ມຄູ່ມືແນະນຳ "ເປີດໂລກແຫ່ງການລົງທຶນ" ຕອນ: "ຮູ້ຈັກການລົງທຶນໃນຮຸ້ນ" |
---|---|
ວັນທີ | 2014.08.20 13:49 |
ແຟ້ມເອກະສານ | LSXET_Booklet_01_Investment In Stock.pdf |
---|---|
ຖັດໄປ | |
ຍ້ອນກັບ |